ກອງປະຊຸມໄດ້ເຫັນດີເປັນເອກະພາບຮັບຮອງເອົາບົດລາຍງານ ເພື່ອຍື່ນສະເໜີຕໍ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ASEM ຄັ້ງທີ 14 ຢູ່ປະເທດແອັດສະປາຍ ໃນເດືອນ ທັນວາ 2019 ແລະກອງປະຊຸມຂັ້ນສູງ ASEM ຄັ້ງທີ 13 ຢູ່ປະເທດກໍາປູເຈຍ ປີ 2020.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຮວ່າງຫວຽດ.

ທີ່ວາລະສະຫຼຸບ, ກອງປະຊຸມໄດ້ເຫັນດີເປັນເອກະພາບຫຼາຍມາດຕະການເພີ່ມທະວີການສົມທົບກັນກະທໍາໃນ ASEM. ພົ້ນເດັ່ນແມ່ນຊຸກຍູ້ການປະກອບສ່ວນຂອງ ASEM ໃຫ້ຄວາມມານະພະຍາຍາມຂອງທົ່ວໂລກໃນການຜັນຂະຫຍາຍໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ, ຂໍ້ຕົກລົງປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ; ຕິດພັນບັນດາຂໍ້ລິເລີ່ມ, ໂຄງການ ແລະບັນດາກຸ່ມຮ່ວມມືສະເພາະຂະແໜງ ASEM ກ່ຽວກັບການເພີ່ມສິດອຳນາດໃຫ້ແກ່ແມ່ຍິງ, ຫຼຸດຜ່ອນຄວາມທຸກຍາກ, ການສຶກສາ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດ…; ເຫັນດີເປັນເອກະພາບຕໍ່ຄວາມຮັບຮູ້ ແລະການກະທໍາ ເພື່ອຮັບປະກັນການພັດທະນາແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະກວມລວມກາຍເປັນເປົ້າໝາຍສູງສຸດຂອງການເຕີບໂຕ ແລະກຳລັງໜູນໃຫ້ຄວາມວັດທະນາຖາວອນ; ຖືປະຊາຊົນເປັນໃຈກາງຂອງການພັດທະນາໃນທຸກຂໍ້ລິເລີ່ມ ແລະກົນໄກຮ່ວມມືຂອງ ASEM; ສ້າງເຄືອຂ່າຍເຊື່ອມຕໍ່ ແລະແບ່ງປັນຂໍ້ມູນຂ່າວສານລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ...

ໂດຍ: ເຈິ່ນຮວ່ຽນ