leftcenterrightdel
ທ່ານ ຫງວຽນກ໊ວກເກື່ອງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນກ໊ວກເກື່ອງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຢືນຢັນວ່າ, ບັນດາພາກພື້ນ, ປະເທດລ້ວນແຕ່ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດ, ສິ່ງທ້າທາຍສະຫຼັບກັນ ແລະຫຼາຍສົ້ນ, ເປັນຕົ້ນແມ່ນຊ່ອງຫວ່າງການພັດທະນາ, ບັນຫາອຶດຫິວທຸກຍາກ, ການປ່ຽນແປງຂອງດິນຟ້າອາກາດເພີ່ມຂຶ້ນ... ເຊິ່ງແມ່ນເວທີປາໄສພາກພື້ນສໍາຄັນລວມມີ 53 ສະມາຊິກຂອງສອງທະວີບອາຊີ-ເອີລົບ, ກຳລັງໜູນຕົ້ນຕໍຂອງການເຕີບໂຕເສດຖະກິດ ແລະການປ່ຽນແປງໃໝ່ຫົວຄິດປະດິດສ້າງໃນສະຕະວັດທີ XXI, ASEM ມີຄວາມສາມາດ ແລະຄວາມຮັບຜິດຊອບຢ່າງພຽງພໍ ເພື່ອນໍາໜ້າໃນການຫັນເປົ້າໝາຍ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ”.

leftcenterrightdel
ທ່ານນາງ Monica Gheorghita ລັດຖະມົນຕີການຕ່າງປະເທດຣູມານີ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn.

ຕາງໜ້າບັນດາປະເທດຮ່ວມສ້າງຂໍ້ລິເລີ່ມ, ທ່ານນາງ Monica Gheorghita ລັດຖະມົນຕີການຕ່າງປະເທດຣູມານີ ສະແດງຄວາມຂອບອົກຂອບໃຈ ແລະຕີລາຄາສູງຂໍ້ລິເລີ່ມຈັດຕັ້ງກອງປະຊຸມຂອງຫວຽດນາມ ແນໃສ່ປຶກສາຫາລືບັນຫາພັດທະນາກວມລວມ ແລະຍືນຍົງ, ຊຸກຍູ້ການປະກອບສ່ວນຂອງ ASEM ເຂົ້າໃນຄວາມມານະພະຍາຍາມຂອງທົ່ວໂລກໃນຂົງເຂດນີ້.

leftcenterrightdel
 ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn.

ໃນລະຫວ່າງວັນທີ 16-17 ພຶດສະພາ, ກອງປະຊຸມຈະສືບຕໍ່ດໍາເນີນດ້ວຍບັນດາວາລະປຶກສາຫາລືສຸມໃສ່ແລກປ່ຽນ ແລະສະເໜີບັນດາວິທີການແກ້ໄຂແນໃສ່ຊຸກຍູ້ການຮ່ວມມືອາຊີ-ເອີລົບ ກ່ຽວກັບການພັດທະນາກວມລວມ, ມຸ່ງໄປເຖິງການກະກຽມໃຫ້ກອງປະຊຸມລັດຖະມົນຕີການຕ່າງປະເທດ ASEM ຄັ້ງທີ 14 ເຊິ່ງຈະໄດ້ຈັດຕັ້ງໃນເດືອນ ທັນວາ 2019 ຢູ່ປະເທດແອັດສະປາຍ.

ໂດຍ: ເຈິ່ນຮວ່ຽນ