ກ່າວຄໍາຫັນທີ່ກອງປະຊຸມ, ທ່ານ ຫງວຽນເທ໊ຮ່ຽນ, ປະທານ BACI ໃຫ້ຮູ້ວ່າ ບັນດາວິສາຫະກິດຫວຽດນາມ ພວມມີກວ່າ 400 ໂຄງການລົງທຶນຢູ່ລາວ, ດ້ວຍຍອດຈໍານວນເງິນທຶນຈົດທະບຽນແມ່ນກວ່າ 4,1 ຕື້ໂດລາສະຫະລັດ.

leftcenterrightdel
ທ່ານ ຫງວຽນເທ໊ຮ່ຽນ, ປະທານ BACI ແລະທ່ານ ຄໍາແສນ ສີສະວົງ, ປະທານ YEAL ແລກປ່ຽນເອກະສານລົງນາມການຮ່ວມມື. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານ ຫງວຽນເທ໊ຮ່ຽນ ແລ້ວ, ເລື່ອງ BACI ລົງນາມການຮ່ວມມືກັບ YEAL ຈະສືບຕໍ່ເປີດອອກກາລະໂອກາດຮ່ວມມື, ລົງທຶນຫຼາຍຢ່າງໃຫ້ແກ່ວິສາຫະກິດສອງປະເທດ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ; ສະແດງຄວາມເຊື່ອໝັ້ນວ່າກອງປະຊຸມຈະຊ່ວຍໃຫ້ບັນດາວິສາຫະກິດສະມາຊິກຂອງ  BACI ແລະ YEAL ກໍ່ຄືບັນດາວິສາຫະກິດຂອງສອງປະເທດມີກາລະໂອກາດຮ່ວມມືຢ່າງແທດຈິງຕື່ມອີກ, ປະກອບສ່ວນນໍາ BACI ແລະ YEAL ໃຫ້ນັບມື້ນັບພັດທະນາແບບໝັ້ນຄົງເຂັ້ມແຂງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາວັດທະນາຖາວອນຂອງສອງປະເທດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຄໍາແສນ ສີສະວົງ, ປະທານ YEAL ສະເໜີວ່າ  YEAL ແລະ BACI  ຄວນຮ່ວມມືກັນຈັດຕັ້ງບັນດາກອງປະຊຸມສໍາມະນາຄົ້ນຄວ້າວິທະຍາສາດ, ແລກປ່ຽນ, ຮ່ວມມືພ້ອມກັນພັດທະນາ ເພື່ອສ້າງຜະລິດຕະພັນສົ່ງອອກຕ່າງປະເທດ; ສະເໜີບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນດໍາເນີນທຸລະກິດໃນຂົງເຂດການເງິນ-ທະນາຄານຢູ່ລາວ ສ້າງເງື່ອນໄຂສະດວກ, ຊ່ວຍໃຫ້ບັນດາວິສາຫະກິດຂອງລາວ ໄດ້ສໍາຜັດກັບແຫຼ່ງທຶນກູ້ຢືມບຸລິມະສິດດ້ວຍອັດຕາດອກເບ້ຍຕໍ່າ.

ສິ້ນສຸດກອງປະຊຸມ, ໄດ້ມີເອກະສານຮ່ວມມື 5 ສະບັບ ໄດ້ຮັບການລົງນາມລະຫວ່າງບັນດາວິສາຫະກິດສອງປະເທດ.

ໂດຍ: ທູຈາງ