ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ເຈິ່ນຕ໊ວນແອັງ ຖືວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອໃນຫຼາຍດ້ານກັບເນປານ. ເຖິງວ່າວົງເງິນການຄ້າສອງສົ້ນຍັງຈຳກັດຢູ່ກໍ່ຕາມ ແຕ່ຄວາມສາມາດບົ່ມຊ້ອນ ແລະພິເສດແມ່ນບັນດາພື້ນຖານ, ແນວຄິດທິດສະດີປັດສະຍາໃນການດຳເນີນທຸລະກິດຮ່ວມມືລະຫວ່າງສອງຝ່າຍແມ່ນມີຫຼາຍຈຸດຄ້າຍຄືກັນ. ນີ້ແມ່ນບັນດາຄຸນຄ່າລວມທີ່ທັງສອງປະເທດສາມາດຂຸດຄົ້ນ, ເສີມຂະຫຍາຍເພື່ອສືບຕໍ່ປະກອບສ່ວນ, ສ້າງພື້ນຖານຢ່າງໜັກແໜ້ນໃຫ້ແກ່ການເປີດກ້ວາງ, ຍົກສູງປະສິດທິຜົນການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະເນປານ ໃຫ້ຫຼາຍກ່ວາອີກ.

leftcenterrightdel
ເວທີປາໄສວິສາຫະກິດ ຫວຽດນາມ - ເນປານ. ພາບ: vov.vn.

ຕີລາຄາສູງ ແລະສະແດງຄວາມປະເອີບໃຈກ່ຽວກັບການພົວພັນມິດຕະພາບລະຫວ່າງ ຫວຽດນາມ-ເນປານ, ທ່ານ Prasad Sharma Oli ນາຍົກລັດຖະມົນຕີ ເນປານ ໃຫ້ຮູ້ວ່າທ່ານມີຄວາມປະທັບໃຈຢ່າງແຮງຕໍ່ການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ. ຄວາມຂະຫຍັນຂັນເຄື່ອນຂອງພື້ນຖານເສດຖະກິດ ຫວຽດນາມ ພວມແມ່ນແຫຼ່ງບັນດານໃຫ້ແກ່ ເນປານ. ທ່ານຢັ້ງຢືນວ່າ: ເນປານ ກຳລັງປະຕິບັດບັນດານະໂຍບາຍການລົງທຶນຢ່າງເປີດອົກເປີດໃຈ; ສ້າງສະພາບແວດລ້ອມດ້ານນິຕິກຳທີ່ມີຄວາມສະດວກໃຫ້ແກ່ນັກລົງທຶນທົ່ວໂລກໃນນັ້ນມີບັນດານັກລົງທຶນຂອງຫວຽດນາມ.

ທີ່ເວທີປາໄສ, ບັນດາວິສາຫະກິດເນປານ ມີໂອກາດພົບປະກັບການນຳບັນດາກະຊວງ, ຂະແໜງການຫວຽດນາມ ແລະບັນດາວິສາຫະກິດຫວຽດນາມ, ຜ່ານນັ້ນ, ຊ່ວຍເຫຼືອວິສາຫະກິດເນປານ ມີຄວາມເຂົ້າໃຈກ່ຽວກັບຕະຫຼາດ, ໂອກາດຮ່ວມມືດຳເນີນທຸລະກິດຢູ່ຫວຽດນາມ ຢ່າງຈະແຈ້ງກ່ວາ ແລະກົງກັນຂ້າມ.

ແຫຼ່ງຄັດຈາກ: vovworld.vn