ໂດຍລະອຽດແມ່ນການລົງທຶນຂອງຫວຽດນາມ ອອກສູ່ຕ່າງປະເທດໃນໄລຍະ 4 ເດືອນຕົ້ນປີ 2019 ມີ 44 ໂຄງການໄດ້ຮັບໃບຢັ້ງຢືນລົງທຶນໃໝ່ດ້ວຍຍອດຈຳນວນເງິນທຶນຈາກຝ່າຍຫວຽດນາມແມ່ນ 96 ລ້ານໂດລາສະຫະລັດ. ຄິດໄລ່ລວມຍອດເງິນລົງທຶນຂອງຫວຽດນາມ ອອກສູ່ຕ່າງປະເທດໃນໄລຍະ 4 ເດືອນຕົ້ນປີ 2019 ບັນລຸ 149,5 ລ້ານໂດລາສະຫະລັດ.

leftcenterrightdel
ເວທີປາໄສເສດຖະກິດຫວຽດນາມ - ແອັດສະປາຍ ປີ 2017. ພາບ: ສໍານັກຂ່າວສານຫວຽດນາມ.

ໃນນັ້ນ, ຂົງເຂດການເຄື່ອນໄຫວດ້ານວິຊາສະເພາະ, ວິທະຍາສາດ ແລະເຕັກໂນໂລຢີບັນລຸ 81,8 ລ້ານໂດລາສະຫະລັດ, ກວມເອົາ 54,7% ເງິນລົງທຶນທັງໝົດ; ການເຄື່ອນໄຫວດ້ານການເງິນ, ທະນາຄານ  ແລະປະກັນໄພບັນລຸ 36,1 ລ້ານໂດລາສະຫະລັດ,  ກວມເອົາ 24,1%; ການຂາຍສົ່ງ ແລະຂາຍຍ່ອຍ; ການສ້ອມແປງລົດໂອໂຕ, ລົກຈັກຕ່າງໆ... ບັນລຸ 16,5 ລ້ານໂດລາສະຫະລັດ, ກວມເອົາ 11%; ການບໍລິການພັກເຊົາ ແລະກິນດື່ມລັນລຸ 7 ລ້ານໂດລາສະຫະລັດ, ກວມເອົາ 4,7%.

ໃນໄລຍະ 4 ເດືອນ, ມີ 23 ປະເທດ, ເຂດແຄ້ວນໄດ້ຮັບການລົງທຶນຈາກຫວຽດນາມ, ໃນນັ້ນ ແອັດສະປາຍ ແມ່ນປະເທດຢືນອັນດັບທີ 1 ດ້ວຍ 59,8 ລ້ານໂດລາສະຫະລັດ, ກວມເອົາ 40% ຍອດເງິນລົງທຶນ; ກໍປູເຈຍ ແມ່ນ 37,9 ລ້ານໂດລາສະຫະລັດ,  ກວມເອົາ 25,4%; ມາເລເຊຍ ແມ່ນ 13,9 ລ້ານໂດລາສະຫະລັດ, ກວມເອົາ 9,3%; ອາເມລິກາ ແມ່ນ 12,6 ລ້ານໂດລາສະຫະລັດ, ກວມເອົາ 8,4%.

ໂດຍ: ກວຽດເຕິມ