leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເປັນສັກຂີພິຍານພີທີລົງນາມ. ພາບ: thoibaotaichinhvietnam.vn.

ນີ້ຖືເປັນການເຄື່ອນໄຫວໃນຂອບການຢ້ຽມຢາມຂອງທ່ານ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມເວທີປາໄສລະດັບສູງໃນການຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ" ຄັ້ງທີ 2 ຈັດຂຶ້ນໃນລະຫວ່າງວັນທີ 25-27 ຢູ່ນະຄອນຫລວງປັກກິ່ງ.

ການລົງນາມຄັ້ງນີ້ເປັນບາດກ້າວຕົວຈິງເພື່ອຜັນຂະຫຍາຍການຮ່ວມມືເສດຖະກິດລະຫວ່າງສອງລັດຖະບານ,​ ພ້ອມທັງເປັນການເປິດກວ້າງໂອກາດໃນການຂະຫຍາຍອະນຸ​ສັນຍາກ່ຽວກັບການສົ່ງອອກຜະລິດຕະພັນນ້ຳນົມຂອງຫວຽດນາມ ໄປຍັງຕະຫລາດຈີນ ທ່ີມີການລົງນາມຢ່າງເປັນທາງການ.

ຂ່າວ: ຂປລ