leftcenterrightdel
ລັດຖະມົນຕີສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ ໄດ້ລົງນາມໃນບົດບັນທຶກກອງປະຊຸມຄັ້ງທີ 12 ຄະນະກໍາມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ຫວຽດນາມ-ລາວ-ກໍາປູເຈຍ. ພາບ: vov.vn.

ວັນທີ 10 ມີນາ, ລັດຖະມົນຕີຂອງສາມປະເທດໄດ້ລົງນາມໃນບົດບັນທຶກກອງປະຊຸມ. ຕາມນັ້ນແລ້ວ, ລັດຖະມົນຕີສາມທ່ານ ໄດ້ຕົກລົງຕໍ່ຂໍ້ສະເໜີມອບໃຫ້ຝ່າຍຫວຽດນາມ ເປັນປະທານສ້າງແຜນດໍາເນີນງານເພື່ອຜັນຂະຫຍາຍສັນຍາກ່ຽວກັບການສົ່ງເສີມ ແລະສ້າງຄວາມສະດວກດ້ານການຄ້າໃຫ້ເຂດສາມຫຼ່ຽມພັດທະນາ ຫວຽດນາມ-ລາວ-ກໍາປູເຈຍ ເຊິ່ງໄດ້ລົງນາມໃນວັນທີ 3 ພະຈິກ 2016 ຢູ່ຊຽມຣຽບ (ກໍາປູເຈຍ) ຢ່າງມີປະສິດທິຜົນ ແລະສ້າງບັນດາແຜນການ, ໂຄງການລະອຽດ ເພື່ອແນໃສ່ປະຕິບັດແຜນດໍາເນີນງານເຊື່ອມຕໍ່ 3 ພື້ນຖານເສດຖະກິດ ຫວຽດນາມ-ລາວ-ກໍາປູເຈຍ ເຖິງປີ 2030. ບັນດາລັດຖະມົນຕີ ເຫັນໄດ້ຄວາມຈໍາເປັນຕ້ອງເພີ່ມທະວີບັນດາຄວາມມານະພະຍາຍາມໃນປະຈຸບັນຂອງສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ ໃນເລື່ອງຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນ ແລະແກ້ໄຂບັນດາບັນຫາຄວາມໝັ້ນຄົງ, ພິເສດແມ່ນບັນຫາໄປມາຜ່ານຊາຍແດນຢ່າງຜິດກົດໝາຍ, ການຄ້າມະນຸດ ແລະຢາເສບຕິດ, ຍົກສູງປະສິດທິຜົນ “ໂທລະສັບສາຍດ່ວນ“, ພິເສດແມ່ນຢູ່ຂັ້ນທ້ອງຖິ່ນ...

ໂດຍ: ກວຽດເຕິມ