ທີ່ການຕ້ອນຮັບ, ທ່ານ Jean-Claude ໃຫ້ຮູ້ວ່າ, ຈຸຸດສຸມໃນການປະຕິບັດງານຂອງຄະນະໃນຄັ້ງນີ້ແມ່ນແລກປ່ຽນ, ເຫັນດີເປັນເອກະພາບຕໍ່ແຜນການຈັດຕັ້ງກອງປະຊຸມຮ່ວມມືບໍ່ເປັນສຸມໃສ່ ຫວຽດນາມ-ຝະລັ່ງ ຄັ້ງທີ 11 ຢູ່ນະຄອນ Toulouse ໃນເດືອນ ເມສາ ຈະມາເຖິງ. ທ່ານ Jean-Claude ກໍ່ເຕື້ອງເຖິງບັນດາໂຄງການຮ່ວມມືທີ່ສໍາຄັນກັບນະຄອນຫຼວງຮ່າໂນ້ຍ ກ່ຽວກັບວັດທະນະທໍາ, ການອະນຸລັກຮັກສາມໍລະດົກ, ການສຶກສາ ແລະອື່ນໆ.

leftcenterrightdel
ທ່ານ ຫງວຽນດຶກຈູງ ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ຕ້ອນຮັບທ່ານ Jean-Claude ຮອງປະທານເຂດຕົວເມືອງ Toulouse, ປະທານກຸ່ມມິດຕະພາບຫວຽດນາມ ສັງກັດພັນທະມິດບັນດານະຄອນຝະລັ່ງ. ພາບ: hanoimoi.com.vn.

ເຫັນດີເປັນເອກະພາບຕໍ່ການຊຸກຍູ້ການຮ່ວມມືລະຫວ່າງສອງນະຄອນຢູ່ຫຼາຍຂົງເຂດ, ທ່ານ ຫງວຽນດຶກຈູງ ຢືນຢັນວ່າ, ຮ່າໂນ້ຍ ຍາມໃດກໍ່ເອົາໃຈໃສ່ຕໍ່ການຮັກສາ, ເສີມຂະຫຍາຍ ແລະໂຄສະນາເຜີຍແຜ່ບັນດາມໍລະດົກ,  ຊ່ວຍປະຊາຊົນທ້ອງຖິ່ນ ແລະເພື່ອນມິດສາກົນມີຄວາມເຂົ້າໃຈກ່ຽວກັບບັນດາຄຸນຄ່າທີ່ເປັນມູນເຊື້ອຂອງຫວຽດນາມ ຕື່ມອີກ. ທ່ານ ຫງວຽນດຶກຈູງ ກໍ່ສົ່ງເສີມບັນດານັກຊ່ຽວຊານ, ວິສາຫະກິດ, ນັກລົງທຶນຂອງຝະລັ່ງ ເຂົ້າຮ່ວມວິວັດທະນາການນີ້.

ໂດຍ: ໄຊນິດາ