leftcenterrightdel
ທ່ານ ຫງວຽນແທ່ງຟອງ ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ຕ້ອນຮັບທ່ານນາງ Deborah Paul ເອກອັກຄະລັດຖະທູດຜູ້ມີອຳນາດເຕັມການາດາ. ພາບ: hcmcpv.org.vn.

ໃນຕອນຄໍ່າວັນທີ 18 ກຸມພາ, ທີ່ການຕ້ອນຮັບທ່ານນາງ Deborah Paul, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມການາດາ ປະຈໍາ ຫວຽດນາມ, ທ່ານ ຫງວຽນແທ່ງຟອງ, ກໍາມະການສູນກາງພັກ, ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ມີຄວາມປາດຖະໜາຢາກໃຫ້ນະຄອນໂຮ່ຈີມິນ ແລະການາດາ ສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດ ຄື: ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການສຶກສາ, ການຄ້າ, ກໍ່ສ້າງຕົວເມືອງສະຫຼາດ... ໃນນັ້ນ, ນະຄອນໂຮ່ຈີມິນ ພວມຜັນຂະຫຍາຍແຜນຮ່າງກໍ່ສ້າງຕົວເມືອງສະຫຼາດຢ່າງແຮງ ແລະເຊື່ອໝັ້ນວ່າ ດ້ວຍບົດຮຽນ ແລະເຕັກໂນໂລຢີທັນສະໄໝ, ການາດາ ສາມາດໜູນຊ່ວຍນະຄອນໃນຂົງເຂດນີ້. ຄິດໄລ່ມາຮອດທ້າຍປີ 2018, ການາດາ ມີໂຄງການລົງທຶນຢູ່ນະຄອນໂຮ່ຈີມິນ 80 ໂຄງການດ້ວຍເງິນລົງທຶນທັງໝົດ 118 ລ້ານໂດລາສະຫະລັດ. ທ່ານນາງ Deborah Paul ກໍມີຄວາມເຊື່ອໝັ້ນວ່າ, ນະຄອນໂຮ່ຈີມິນ ແລະການາດາ ຈະສືບຕໍ່ໄດ້ຮັບການຍູ້ແຮງໃນຫຼາຍຂົງເຂດ, ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ.

ໂດຍ: ເກື່ອງດັ້ງ