leftcenterrightdel
ພາບປະກອບຄັດຈາກ: kpl.gov.la. 

ຕາມຂ່າວສານຫວຽດນາມ, ເມື່ອບໍ່ດົນມານີ້, ຄະນະກຳມະການປະສານງານດ້ານການຄ້າ ແລະການລົງທຶນລະຫວ່າງຫວຽດນາມ-ອັງກິດ ໄດ້ຈັດກິດຈະກຳຮ່ວມກັນຢູ່ນະຄອນຫລວງ ລອນດອນ ປະເທດອັງກິດ ໂດຍມີທ່ານ ເຈີນກວກຂັນ ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ພ້ອມດ້ວຍຄະນະ ແລະທ່ານນາງ ວີວຽນໄລ ຫົວໜ້າຝ່າຍການເຈລະຈາອາຊີ ແລະອົດສະຕຣາລີ, ກະຊວງການຄ້າສາກົນຂອງອັງກິດ ແລະບັນດາຜູ້ຕາງໜ້າຂອງອົງການທ່ີກ່ຽວຂ້ອງ. ສອງຝ່າຍໄດ້ສະເໜີຂ່າວສານກ່ຽວກັບສະພາບການໃນການເຈລະຈາຂອງອັງກິດ ທ່ີກ່ຽວຂ້ອງເຖິງການຖອນຕົວອອກຈາກເອີຣົບ (EU) ຫລື ຮຽກວ່າ ເບຣກຊິດ ແລະການແລກປ່ຽນທັດສະນະຕ່າງໆກ່ຽວກັບການຮ່ວມມືກັນໃນໄລຍະຕໍ່ໜ້າເພື່ອສືບຕໍ່ຊຸກຍູ້ການພົວພັນເສດຖະກິດ, ການຄ້າ ລະຫວ່າງສອງຝ່າຍໃນອະນາຄົດ. ປີ 2017,​ ມູນຄ່າການຄ້າລະຫວ່າງຫວຽດນາມ ແລະອັງກິດ ບັນລຸ 6,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,5 ເທື່ອເປັນຕົວເລກສູງສຸດໃນຮອບ 10 ປີຜ່ານມາ. ໄລ່ເຖິງເດືອນທັນວາ 2017, ອັງກິດກວມເອົາ 317 ໂຄງການທ່ີຍັງເຄື່ອນໄຫວການລົງທຶນຢູ່ຫວຽດນາມ ດ້ວຍຍອດທຶນລົງທະບຽນບັນລຸເຖິງ 3,46 ຕື້ໂດລາສະຫະລັດ,​ ຈັດເປັນອັນດັບ 15 ໃນຈຳນວນບັນດາປະເທດ ແລະເຂດແຄ້ວນທ່ີລົງທຶນຢູ່ຫວຽດນາມ.

ເນື້ອໃນ: ຂປລ