leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ຕາມ​ຂ່າວ​ຕ່າງປະ​ເທດ, ກອງປະຊຸມກ່ຽວກັບພື້ນຖານໂຄງລ່າງ ແລະເຕັກໂນໂລຊີສິ່ງແວດລ້ອມຫວຽດນາມ - ຍີ່ປຸ່ນ ໄດ້ຈັດຕັ້ງຢູ່ຮ່າໂນ້ຍ ​ເມື່ອ​ບໍ່​ດົນ​ມາ​ນີ້ ​ເພື່ອແນະນຳບັນດາມາດຕະການເຕັກໂນໂລຊີຊ່ວຍຄວບຄຸມມົນລະພິດທາງອາກາດ, ຄວບຄຸມສິ່ງເສດເຫຼືອພ້ອມ​ທັງບຳບັດນ້ຳເສຍ. ທີ່ກອງປະຊຸມຄັ້ງນີ້ໄດ້​ເປີດ​ໂອກາດ​ໃຫ້ບັນດານັກຊ່ຽວຊານເຕັກໂນໂລຊີສິ່ງແວດລ້ອມ ຍີ່ປຸ່ນ ໄດ້ແບ່ງປັນກ່ຽວກັບບັນດາບົດຮຽນ, ນະໂຍບາຍ, ຮູບແບບການຄຸ້ມຄອງຂອງຍີ່ປຸ່ນ ເພື່ອຊຸກຍູ້ການພັດທະນາເສດຖະກິດໝູນວຽນ. ປັດຈຸບັນ, ບັນດາການກຳຈັດສິ່ງເສດເຫຼືອຍັງຄົງ​ເປັນບັນຫາສິ່ງແວດລ້ອມ ເຄັ່ງຮ້ອນນັບຕັ້ງແຕ່ຊົນນະບົດໄປຮອດຕົວເມືອງ. ພ້ອມດ້ວຍການຊີ້ນຳຈາກຂັ້ນສູນກາງ, ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມໄດ້ສົມທົບກັບບັນດາອົງການຈັດຕັ້ງສາກົນອື່ນ, ໃນນັ້ນມີບັນດາອົງການຈັດຕັ້ງຈາກ JICA ຂອງຍີ່ປຸ່ນ, ຈາກກະຊວງສິ່ງແວດລ້ອມຍີ່ປຸ່ນ. ບັນດາເຕັກໂນໂລຊີກ່ຽວກັບສິ່ງແວດລ້ອມຂອງ ຍີ່ປຸ່ນ ແມ່ນກ້າວໜ້າ ແລະທັນສະໄໝທີ່ສຸດ, ດັ່ງນັ້ນກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ ກໍ່ເອົາໃຈໃສ່ກ່ຽວກັບການກຳຈັດສິ່ງເສດເຫຼືອ ແລະການນຳໃຊ້ໝູນວຽນຄືນໃໝ່.

ເນື້ອໃນ: ຂປລ