ທີ່ການຕ້ອນຮັບ, ທ່ານ ຫງວຽນວັນບິ່ງ ເນັ້ນໜັກວ່າ, ບັນດາບຸລິມະສິດນະໂຍບາຍ ແລະເປົ້າໝາຍພັດທະນາເສດຖະກິດໃນໄລຍະຈະມາເຖິງຂອງຫວຽດນາມ ກ່ຽວກັບການສືບຕໍ່ສ້າງເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ລັກສະນະເປັນເຈົ້າຕົນເອງ ແລະກໍາລັງແກ່ງແຍ້ງຂອງພື້ນຖານເສດຖະກິດ; ສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ, ຊຸກຍູ້ການເຕີບໂຕເສດຖະກິດ; ສ້າງການຫັນປ່ຽນຢ່າງແທດຈິງກວ່າໃນການປະຕິບັດບັນດາບາດກ້າວບຸກທະລຸຍຸດທະສາດ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບການປ່ຽນແປງຮູບແບບການເຕີບໂຕ. ພ້ອມກັນນັ້ນ, ທ່ານ ຫງວຽນວັນບິ່ງ ກໍ່ສະແດງຄວາມປາດຖະໜາວ່າ IMF ຈະສືບຕໍ່ຮ່ວມເດີນທາງ, ຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນ, ເພີ່ມທະວີການເຄື່ອນໄຫວໜູນຊ່ວຍ, ບຳລຸງສ້າງ ແລະໃຫ້ຄຳປຶກສາດ້ານນະໂຍບາຍແກ່ຫວຽດນາມ ກວ່າອີກ.

leftcenterrightdel
ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບຄະນະພະນັກງານກອງທຶນເງິນຕາສາກົນ (IMF) ໂດຍທ່ານ Alex Mourmouras ຫົວໜ້າຄະນະມາດຕາ IV, ກົມອາຊີ-ປາຊີຟິກ ເປັນຫົວໜ້າຄະນະ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Alex Mourmouras ຕີລາຄາສູງແຜນນະໂຍບາຍຂອງພັກ ແລະລັດຫວຽດນາມ ໃນການສ້າງເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ເປັນຕົ້ນແມ່ນບັນດາບຸລິມະສິດ ແລະເປົ້າໝາຍພັດທະນາເສດຖະກິດ-ສັງຄົມໃນໄລຍະຈະມາເຖິງ ແລະຢັ້ງຢືນວ່າ IMF ຈະສືບຕໍ່ຮ່ວມມື ແລະໜູນຊ່ວຍຫວຽດນາມໃນວິວັດແຫ່ງການພັດທະນາ.

ໂດຍ: ແສງພະຈັນ