ຄວາມເຊື່ອໝັ້ນຕໍ່ສະພາບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມ

ການແຜ່ລະບາດພະຍາດໂຄວິດ-19 ຄັ້ງທີ 4 ໄດ້ເຮັດໃຫ້ຫວຽດນາມ ວິຕົກກັງກົນວ່າ ນັກລົງທຶນຕ່າງປະເທດອາດຈະຫັນປ່ຽນໃບສັ່ງຊື້ສິນຄ້າ, ຊ້ຳບໍ່ໜຳແມ່ນຫັນປ່ຽນການລົງທຶນອອກຈາກຫວຽດນາມ ຍ້ອນສະພາບຮັກສາໄລຍະຫ່າງໃນສັງຄົມຖືກແກ່ຍາວ, ເຮັດໃຫ້ລະບົບສະໜອງ, ການຜະລິດຖືກຕັດຂາດ.

ແຕ່ຕ່າງກັບການຄາດຄະເນ, ການດຶງດູດທຶນໃນປີ 2021 ຂອງຫວຽດນາມ ມີສັນຍານທີ່ເປັນໜ້າພາກພູມໃຈເມື່ອນັກລົງທຶນຕ່າງປະເທດໄດ້ຕົກລົງເພີ່ມເງິນທຶນ, ສືບຕໍ່ເປີດກວ້າງການລົງທຶນ, ການຜະລິດຢູ່ຫວຽດນາມ. ຕົວຢ່າງຄື: ເດືອນສິງຫາ 2021, ຢູ່ນະຄອນຫາຍຟ່ອງ, ບໍລິສັດ LG Display ຫວຽດນາມຈໍາກັດ (ຂອງ ສ.ເກົາຫຼີ) ໄດ້ອອກໃບຢັ້ງຢືນຈົດທະບຽນປັບປຸງເງິນລົງທຶນເພີ່ມຂຶ້ນ 1,4 ຕື້ ໂດລາສະຫະລັດ, ຍົກເງິນລົງທຶນທັງໝົດຢູ່ນະຄອນຫາຍຟ່ອງ ຂຶ້ນ 4,65 ຕື້ໂດລາສະຫະລັດ.

leftcenterrightdel
ການຜະລິດຢູ່ໂຮງງານ Daikin ຫວຽດນາມ (ຢູ່ເຂດອຸດສາຫະກໍາທັງລອງ II, ແຂວງຮືງອຽນ). ພາບ: ມີງດຶກ.

ໃນປີ 2021, ມີຫຼາຍທ້ອງຖິ່ນໄດ້ມານະພະຍາຍາມດຶງດູດໂຄງການລົງທຶນຈາກຕ່າງປະເທດ, ຄືຢູ່ແຂວງລອງອານ ມີໂຄງການໂຮງງານໄຟຟ້າ LNG ລອງອານ I ແລະ II (ຂອງສິງກະໂປ), ຍົກເງິນທຶນຈົດທະບຽນທັງໝົດຂຶ້ນກວ່າ  3,1 ຕື້ໂດລາສະຫະລັດ;  ຢູ່ແຂວງເກິ່ນເທີ ມີໂຄງການໂຮງງານໄຟຟ້າພະລັງຄວາມຮ້ອນໂອໂມນ II (ຂອງຍີ່ປຸ່ນ) ດ້ວຍເງິນທຶນຈົດທະບຽນທັງໝົດກວ່າ  1,31 ຕື້ໂດລາສະຫະລັດ; ຢູ່ແຂວງຫວີ້ງຟຸກ ມີໂຄງການໂຮງງານຜະລິດເຈ້ຍ  Kraft Vina (ຂອງຍີ່ປຸ່ນ) ທີ່ສາມາດຜະລິດເຈ້ຍໄດ້ 800.000 ໂຕນ/ປີ, ດ້ວຍເງິນລົງທຶນທັງໝົດ 611,4 ລ້ານໂດລາສະຫະລັດ...

ສະຫຼຸບປີ 2021, ຍອດເງິນລົງທຶນຕ່າງປະເທດເຂົ້າຫວຽດນາມ ບັນລຸ 31,15 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9,2% ເມື່ອທຽບໃສ່ປີ 2020. ສິ່ງດັ່ງກ່າວ ສະແດງໃຫ້ເຫັນວ່າ, ນະໂຍບາຍດຶງດູດການລົງທຶນທີ່ມີການເລືອກເຟັ້ນຂອງຫວຽດນາມ  ຊ່ວຍປະຖິ້ມໂຄງການຂະໜາດນ້ອຍ ແລະມີມູນຄ່າເພີ່ມໜ້ອຍ.

ໜູນຊ່ວຍດີທີ່ສຸດເພື່ອໃຫ້ນັກລົງທຶນຕ່າງປະເທດພັດທະນາ

ໃນສະພາບແຫຼ່ງສະໜອງທຶນຈໍາກັດ ແລະຜົນສະທ້ອນທີ່ໜັກໜ່ວງຂອງພະຍາດໂຄວິດ-19, ປະເທດຕ່າງໆລ້ວນແຕ່ຍາດແຍ່ງດຶງດູດແຫຼ່ງທຶນຈາກພາຍນອກເພື່ອຮັກສາ ແລະຟື້ນຟູພື້ນຖານເສດຖະກິດ.

ການແກ່ງແຍ້ງກັນເພື່ອດຶງດູດທຶນຈາກຕ່າງປະເທດລະຫວ່າງບັນດາປະເທດກໍາລັງພັດທະນານັບມື້ນັບຂ້ຽວຂາດ. ເຖິງຢ່າງໃດກໍ່ຕາມ, ປີ 2022, ຫວຽດນາມ ສືບຕໍ່ໄດ້້ຮັບການຕີລາຄາວ່າແມ່ນສະຖານທີ່ດຶງດູດການລົງທຶນຈາກຕ່າງປະເທດຍ້ອນມີທ່າໄດ້ປຽບໃນການຄວບຄຸມ, ຮັບມືຢ່າງປອດໄພກັບພະຍາດໂຄວິດ-19 ແລະຄວາມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ.

ນັບແຕ່ຊຸມເດືອນຕົ້ນປີ 2022, ການດຶງດູດທຶນຕ່າງປະເທດບັນລຸກວ່າ 2,1 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 4,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ  2021. ຕາມ ສຈ.ປອ ຫງວຽນມ້າຍ, ປະທານສະມາຄົມວິສາຫະກິດລົງທຶນຕ່າງປະເທດຢູ່ຫວຽດນາມ ແລ້ວ, ແງ່ຫວັງປີ 2022, ຫວຽດນາມ ສາມາດດຶງດູດທຶນຈາກຕ່າງປະເທດໄດ້ 40 ຕື້ໂດລາສະຫະລັດ. ເຖິງຢ່າງໃດກໍ່ຕາມ, ເພື່ອດຶງດູດແຫຼ່ງທຶນທີ່ມີຄຸນນະພາບຄວນປ່ຽນແປງໃໝ່ທຸກຂັ້ນຕອນຢ່າງຮອບດ້ານ, ເຂົ້າເຖິງນັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນ, ເປັນຕົ້ນແມ່ນກຸ່ມບໍລິສັດເສດຖະກິດໃຫຍ່.

ການລົງທຶນຈາກຕ່າງປະເທດແມ່ນແຫຼ່ງທຶນສໍາຄັນພິເສດໃຫ້ການເຕີບໂຕ ແລະເຊື່ອມໂຍງເຂົ້າກັບສາກົນ. ເພື່ອດຶງດູດແຫຼ່ງທຶນດັ່ງກ່າວ, ທ່ານ ຫງວຽນຈີ໊ຢູງ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໃຫ້ຮູ້ວ່າໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ກວດກາຄືນ, ປັບປຸງນະໂຍບາຍດຶງດູດການລົງທຶນຕ່າງປະເທດໃນທັນທີໃຫ້ເໝາະສົມ ແລະທ່ວງທັນກັບການປ່ຽນແປງຂອງເສດຖະກິດທົ່ວໂລກ ແລະບັນດາການປ່ຽນແປງໃນຍຸດທະສາດດຶງດູດການລົງທຶນຕ່າງປະເທດ.

ພ້ອມທັງສ້າງສະພາບແວດລ້ອມແຫ່ງການລົງທຶນດໍາເນີນທຸລະກິດທີ່ແກ່ງແຍ້ງ, ປອດໂປ່ງ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດກ່ຽວກັບນະໂຍບາຍເພື່ອສ້າງເງື່ອນໄຂສະດວກທີ່ສຸດໃຫ້ການເຄື່ອນໄຫວຂອງວິສາຫະກິດ, ນັກລົງທຶນ.

ພ້ອມກັນນັ້ນ, ເປັນເຈົ້າການສົມທົບກັບບັນດາອົງການການທູດ, ບັນດາສະຫະສະມາຄົມ, ບໍລິສັດກົດໝາຍ, ທະນາຄານ, ກອງທຶນ... ຈົດບັນຊີລາຍຊື່ບັນດາວິສາຫະກິດທີ່ມີຄວາມເອົາໃຈໃສ່ເຖິງການລົງທຶນຢູ່ຫວຽດນາມ ເພື່ອເປັນເຈົ້າການເຂົ້າເຖິງ, ແລກປ່ຽນ, ເຊີນເຂົ້າມາລົງທຶນຢູ່ຫວຽດນາມ.

ໂດຍ: ທູຈາງ