ແຜນຮ່າງປະຕິບັດໃນລະບົບຕົວເມືອງທົ່ວປະເທດ (63 ແຂວງ, ນະຄອນຂຶ້ນກັບສູນກາງ), ສຸມໃສ່ລະບົບຕົວເມືອງແຄມທະເລ, ເຂດທົ່ງພຽງທີ່ມີຄວາມສ່ຽງຖືກນໍ້າຖ້ວມສູງ ແລະລະບົບບັນດາຕົວເມືອງມີຄວາມສ່ຽງຖືກນ້ຳແກ່ງ, ດິນເຊາະເຈື່ອນຢູ່ເຂດພູດອຍທາງພາກເໜືອ, ແຄມທະເລທາງພາກກາງ, ເຂດຕາເວັນອອກພາກໃຕ້ ແລະໄຕງວຽນ. ແຜນຮ່າງສຳລັບໄລຍະແຕ່ນີ້ເຖິງປີ 2030, ວິໄສທັດຫລັງປີ 2030.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ລະອຽດ, ໄລຍະທີ I (ແຕ່ປີ 2021 ຫາປີ 2025): ປະຕິບັດຢູ່ 5 ຕົວເມືອງ (ນະຄອນໂຮ່ຈີມິນ, ຮ່າໂນ້ຍ, ເກິນເທີ, ຫາຍຟ່ອງ, ດ່ານັ້ງ) ແລະບັນດາຕົວເມືອງສັງກັດ 7 ແຂວງແຄມທະເລທາງພາກເໜືອ, ແຄມທະເລທາງພາກກາງ, ເຂດທົ່ງພຽງແມ່ນໍ້າຂອງ ແລະ 7 ແຂວງເຂດພູດອຍທາງພາກເໜືອ ແລະໄຕງວຽນ. ໄລຍະທີ II (ແຕ່ປີ 2026 ຫາ ປີ 2030): ປະຕິບັດຢູ່ບັນດາຕົວເມືອງແຄມທະເລ, ເຂດທົ່ງພຽມທີ່ມີຄວາມສ່ຽງຖືກນໍ້າຖ້ວມ; ມີຄວາມສ່ຽງຖືກນ້ຳແກ່ງ, ດິນເຊາະເຈື່ອນຢູ່ເຂດພູດອຍທາງພາກເໜືອ, ແຄມທະເລທາງພາກກາງ, ເຂດຕາເວັນອອກພາກໃຕ້, ໄຕງວຽນ ແລະບັນດາຕົວເມືອງຖືກກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ໄລຍະຫຼັງປີ 2030: ເປີດກວ້າງຂອບເຂດໝູນໃຊ້ໃນທົ່ວປະເທດ.

ໂດຍ: ທະນາພອນ