ຫຼາຍຂົງເຂດເສດຖະກິດມີທ່າເຕີບໂຕຄືນໃໝ່

ໄຕມາດທີ I, ເສດຖະກິດຂອງຫວຽດນາມ ບັນລຸລະດັບເຕີບໂຕ 3,82%. ໄຕມາດທີ II, ພື້ນຖານເສດຖະກິດ “ຫຼຸດລົງ”, ລະດັບເຕີບໂຕບັນລຸພຽງແຕ່ 0,39% (ຍ້ອນການກັກບໍລິເວນທົ່ວສັງຄົມ). ໄຕມາດທີ III, ເມື່ອພະຍາດໂຄວິດ-19 ແຜ່ລະບາດຄືນໃໝ່ໃນເດືອນກໍລະກົດ, ບັນດານັກຊ່ຽວຊານເສດຖະກິດເປັນຫວ່ງວ່າສະພາບເສດຖະກິດອາດສາມາດປະສົບກັບຄວາມຫຍຸ້ງຍາກກວ່າ, ເຖິງຢ່າງໃດກໍ່ຕາມ, ເພື່ອພັດທະນາ, ພ້ອມກັບການກະທົບເປັນຢ່າງຕັ້ງໜ້າຈາກບັນດານະໂຍບາຍໜູນຊ່ວຍວິສາຫະກິດ ແລະປະຊາຊົນຂອງລັດຖະບານໄດ້ປະກອບສ່ວນສຳຄັນຊ່ວຍພື້ນຖານເສດຖະກິດຜ່ານຜ່າຄວາມຫຍຸ້ງຍາກຢ່າງໝັ້ນຄົງ.

leftcenterrightdel
ການເຄື່ອນໄຫວຜະລິດຢູ່ບໍລິສັດຜະລິດ ແລະດຳເນີນທຸລະກິດ VinFast ຈໍາກັດ, ກຸ່ມບໍລິສັດ Vingroup. ພາບ: ລາຢຸຍ.

ບົດລາຍງານຂອງກະຊວງແຜນການ ແລະການລົງທຶນກໍ່ໃຫ້ເຫັນວ່າ, ການເຄື່ອນໄຫວດ້ານການຄ້າ, ການບໍລິການໃນເດືອນກັນຍາ ໄດ້ເຕີບໂຕຄືນໃໝ່, ຕະຫຼາດສິນຄ້າ ແລະຊີວິດການເປັນຢູ່ຂອງປະຊາຊົນຄ່ອຍໆເປັນປົກກະຕິແລ້ວ, ບັນດາສະຖານທີ່ທ່ອງທ່ຽວຢູ່ຫຼາຍແຂວງ, ນະຄອນໄດ້ເປີດປະຕູຄືນໃໝ່. ບັນດາການເຄື່ອນໄຫວກະຕຸກຊຸກຍູ້ການໃຊ້ສອຍ, ການທ່ອງທ່ຽວພວມຜັນຂະຫຍາຍຢ່າງຂ້ຽວຂາດ. ຍອດລະດັບການຂາຍຍ່ອຍສິນຄ້າ ແລະລາຍຮັບຈາກການບໍລິການໃຊ້ສອຍເດືອນ ກັນຍາ 2020 ເພີ່ມ 2,7% ເມື່ອທຽບໃສ່ກັບເດືອນສິງຫາ ແລະເພີ່ມ 4,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດນັ້ນແມ່ນການເຄື່ອນໄຫວສົ່ງອອກ, ນຳເຂົ້າສິນຄ້າຂອງຫວຽດນາມ ສືບຕໍ່ບັນລຸລະດັບການສົ່ງອອກເກີນດຸນຂຶ້ນເຖິງເກືອບ 17 ຕື້ໂດລາສະຫະລັດ ພາຍຫຼັງ 9 ເດືອນ, ລະດັບການສົ່ງອອກເກີນດຸນນີ້ໄດ້ເພີ່ມຂຶ້ນທົບ 2,6 ເທົ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2018 ແລະທົບ 2,3 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ຂົງເຂດເສດຖະກິດພາຍໃນປະເທດໄດ້ກາຍເປັນກຳລັງໜູນເພື່ອໃຫ້ການສົ່ງອອກເຕີບໂຕດ້ວຍວົງເງິນສົ່ງອອກສິນຄ້າໃນໄລຍະ 9 ເດືອນ ເພີ່ມຂຶ້ນ 20,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະກວມເອົາ 35,4% ຍອດວົງເງິນສົ່ງອອກຂອງທົ່ວປະເທດ. ທ່ານນາງ ຫງວຽນທິເຮືອງ ຫົວໜ້າກົມໃຫຍ່ສະຖິຕິ ເນັ້ນໜັກວ່າ “ການສົ່ງອອກເພີ່ມຂຶ້ນໃນໄລຍະໂລກພະຍາດເກີດຂຶ້ນສະແດງໃຫ້ເຫັນວ່າບັນດາປະເທດຍັງບຸລິມະສິດສັ່ງຊື້ສິນຄ້າຂອງຫວຽດນາມ ຢູ່. ການສົ່ງອອກເກີນດຸນຍັງມີການກະທົບຢ່າງຕັ້ງໜ້າເຖິງອັດຕາແລກປ່ຽນເງິນຕາຕ່າງປະເທດ, ເຖິງການແຮເງິນຕາຕ່າງປະເທດໄວ້ໃນສະພາບຫວຽດນາມ ຕ້ອງການມີແຫຼ່ງກຳລັງຕື່ມອີກເພື່ອກະກຽມໃຫ້ການຟື້ນຟູເສດຖະກິດຫຼັງພະຍາດໂຄວິດ-19”.

ຫຼາຍກາລະໂອກາດເພື່ອໃຫ້ພື້ນຖານເສດຖະກິດເຕີບໂຕໄວ

ມີຫຼາຍອົງການຈັດຕັ້ງສາກົນໄດ້ຄາດຄະເນວ່າເສດຖະກິດຫວຽດນາມ, ຈະຟື້ນຟູດີພໍສົມຄວນ, ໃຫ້ຂໍ້ສັງເກດວ່າ ຫວຽດນາມ ນອນໃນຈຳນວນໜ້ອຍບັນດາປະເທດໃນໂລກມີການເຕີບໂຕທາງບວກໃນປີ 2020 ຍ້ອນການຄວບຄຸມພະຍາດໂຄວິດ-19 ໄດ້ດີ. ສ່ວນຫຼາຍບັນດາອົງການຈັດຕັ້ງສາກົນກໍ່ຖືວ່າ, ຫວຽດນາມຈະໄດ້ຊົມໃຊ້ຜົນປະໂຫຍດຈາກການເຄື່ອນຍ້າຍແຫຼ່ງເງິນລົງທຶນໃນໂລກ ແລະຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າສອງຝ່າຍ ແລະຫຼາຍຝ່າຍດ້ວຍຈຳນວນຫຼາຍຈະຊ່ວຍພື້ນຖານເສດຖະກິດຫວຽດນາມ ມີກາລະໂອກາດຫຼາຍຢ່າງເພື່ອພັດທະນາ, ພິເສດສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີລົບ ຫາກໍ່ໄດ້ຮັບການປະຕິບັດ..

ກ່ອນໜ້ານັ້ນ, ບົດລາຍງານອັບເດດແງ່ຫວັງ ແລະການພັດທະນາອາຊີ 2020 ຂອງທະນາຄານພັດທະນາອາຊີ (ADB) ຕີລາຄາວ່າ ພື້ນຖານເສດຖະກິດຫວຽດນາມອາດຈະເຕີບໂຕໃນລະດັບ 1,8% ໃນປີ 2020 ແລະເພີ່ມຂຶ້ນລະດັບ 6,3% ໃນປີ 2021.

ຕີລາຄາສູງກ່ຽວກັບແງ່ຫວັງຟື້ນຟູ ແລະພັດທະນາຂອງພື້ນຖານເສດຖະກິດຫວຽດນາມ, ທ່ານນາງ Victoria Kwakwa, ຮອງປະທານທະນາຄານໂລກ ຮັບຜິດຊອບພາກພື້ນອາຊີຕາເວັນອອກ-ປາຊີຟິກ ຖືວ່າ, ຫວຽດນາມ ພວມມີກາລະໂອກາດເຂົ້າຮ່ວມບັນດາລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງກວ່າ.

ໃຫ້ຂ້ໍສັງເກດກ່ຽວກັບການເຕີບໂຕໃນໄຕມາດທີ IV ແລະໃນປີ 2020, ທ່ານນາງ ຫງວຽນທິເຮືອງ ຫົວໜ້າກົມໃຫຍ່ສະຖິຕິ ຖືວ່າ ໃນໄລຍະຈະມາເຖິງເສດຖະກິດຫວຽດນາມ ຈະສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ໂດຍສະເພາະແມ່ນພື້ນຖານເສດຖະກິດຂອງຫວຽດນາມ ມີລະດັບເປີດໃຫຍ່ສະນັ້ນຖືກຜົນກະທົບຫຼາຍດ້ານຍ້ອນສະພາບການເສດຖະກິດໂລກນັບມື້ນັບສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ແຕ່ຕາມທ່ານນາງ ຫງວຽນທິເຮືອງ ແລ້ວ, ທ່າເຕີບໂຕຈະດີກວ່າໃນໄຕມາດທີ IV ແລະລະດັບເຕີບໂຕທັງປີບັນລຸລະດັບ 2-3%. ໜຶ່ງໃນບັນດາກໍາລັງໜູນເຕີບໂຕແມ່ນເສດຖະກິດໂລກໄດ້ຮັບການຄາດຄະເນວ່າພວມຄ່ອຍໆຟື້ນຟູ, ເຮັດໃຫ້ຄວາມຕ້ອງການບໍລິໂພກສິນຄ້າເພີ່ມຂຶ້ນໄປນຳ.

ຕາມທ່ານ ຫງວຽນຈີ໊ຢູງ ລັດຖະມົນຕີແຜນການ ແລະການລົງທຶນ ແລ້ວ, ການຄວບຄຸມພະຍາດໂຄວິດ-19 ເປັນຢ່າງດີແມ່ນພື້ນຖານເພື່ອໃຫ້ເສດຖະກິດ 3 ເດືອນທ້າຍປີຟື້ນຟູ. ໃນໄລຍະຈະມາເຖິງ, ຕ້ອງມີກົນໄກ, ມາດຕະການນະໂຍບາຍຢ່າງແຮງ, ຂ້ຽວຂາດເພື່ອສ້າງກຳລັງໜູນໃຫ້ທັງພື້ນຖານເສດຖະກິດ, ກະຕຸກຊຸກຍູ້ໃຫ້ທັງ 3 ກຳລັງໜູນເຕີບໂຕຕົ້ນຕໍ (ການລົງທຶນ, ການສົ່ງອອກ ແລະການໃຊ້ສອຍ) ເພື່ອສູ້ຊົນໃຫ້ບັນລຸຄາດໝາຍຂອງແຜນການພັດທະນາເສດຖະກິດ-ສັງຄົມ ປີ 2020 ໃນລະດັບສູງສຸດ. ພ້ອມກັນນັ້ນ, ສະພາບ “ຫຼັງພະຍາດໂຄວິດ-19” ແລະການປະຕິວັດອຸດສາຫະກຳຄັ້ງທີ 4 ພວມສ້າງກາລະໂອກາດ ແລະຄວາມສະດວກເພື່ອສ້າງໂຄງປະກອບຄືນໃໝ່, ຫັນປ່ຽນດີຈີຕອນ, ຫັນປ່ຽນຮູບແບບມຸ່ງໄປເຖິງການເຕີບໂຕໄວ, ຍືນຍົງ.

ໂດຍ: ແສງເດືອນ