ທີ່ການເຮັດວຽກ, ທ່ານ ເວືອງດິ່ງເຫວ້ ຢືນຢັນວ່າ ນະຄອນຮ່າໂນ້ຍ ພ້ອມແລ້ວທີ່ຈະແລກປ່ຽນກັບອີຢູ, ຊອກຫາການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ. ນອກຈາກນັ້ນ, ນະຄອນຮ່າໂນ້ຍ ພວມວາງແຜນການກ່ຽວກັບຍຸດທະສາດພັດທະນາເສດຖະກິດ-ສັງຄົມສັງລວມຂອງນະຄອນຫຼວງໃນ 5-10 ປີຕໍ່ໜ້າດ້ວຍວິໄສທັດຍາວໄກກວ່າອີກ. ທ່ານ ເວືອງດິ່ງເຫວ້ ຫວັງວ່າ ດ້ວຍການຮ່ວມມື, ການໜູນຊ່ວຍຂອງອີຢູ, ນະຄອນຮ່າໂນ້ຍ ຈະຫັນບັນດາເປົ້າໝາຍພັດທະນາເສດຖະກິດ, ສັງຄົມແບບຍືນຍົງຕາມທິດສີຂຽວ, ສະອາດ, ສວຍງາມ, ສີວິໄລ, ທັນສະໄໝໃຫ້ປະກົດຜົນເປັນຈິງໂດຍໄວ.

leftcenterrightdel
ທ່ານ ເວືອງດິ່ງເຫວ້, ເລຂາພັກນະຄອນຮ່າໂນ້ຍ ຕ້ອນຮັບທ່ານ Pier Giorgio Aliberti, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ (ອີຢູ) ປະຈໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Pier Giorgio Aliberti ປາດຖະໜາວ່າ ຈະມີກອງປະຊຸມປຶກສາຫາລືຕື່ມອີກກ່ຽວກັບການຮ່ວມມືລະອຽດໃນບັນດາຂົງເຂດລະຫວ່າງສອງຝ່າຍ, ເປັນຕົ້ນແມ່ນບັນດາເນື້ອໃນ ເຊິ່ງອີຢູມີທ່າໄດ້ປຽບຄື ປົກປັກຮັກສາສິ່ງແວດລ້ອມ, ປັບປຸງຄຸນນະພາບອາກາດ, ຄຸນນະພາບແຫຼ່ງນໍ້າ.

ໂດຍ: ທູຈາງ