ທີ່ການເຮັດວຽກ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າເລື່ອງຄະນະປະຈໍາສະພາແຫ່ງຊາດ ຕິດຕາມກວດກາຫົວເລື່ອງສະເພາະແມ່ນມີຄວາມຈໍາເປັນ ແລະສໍາຄັນທີ່ສຸດ. ເລື່ອງເຂົ້າຮ່ວມບັນດາ FTA ຢູ່ຫວຽດນາມໄດ້ຮັບຄວາມເຫັນດີເຫັນພ້ອມຢ່າງໃຫຍ່ຫຼວງຈາກທົ່ວລະບົບການເມືອງ, ບັນດາວິສາຫະກິດ ແລະປະຊາຊົນ. ມາຮອດປັດຈຸບັນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດເຂົ້າຮ່ວມ FTA ຫຼາຍທີ່ສຸດໃນພາກພື້ນ ແລະຢືນຢູ່ລະດັບສູງໃນໂລກ. ເລື່ອງເຂົ້າຮ່ວມບັນດາ FTA ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ຫວຽດນາມ.

ສໍາລັບວຽກງານໂຄສະນາເຜີຍແຜ່ກ່ຽວກັບ FTA, ທ່ານ ຟ້າມບິ່ງມິງ ຖືວ່າ ຫວຽດນາມໄດ້ປະຕິບັດເປັນຢ່າງດີ. ບັນຫາວາງອອກແມ່ນບັນດາສະຫະສະມາຄົມ, ວິສາຫະກິດກໍ່ຄວນເປັນເຈົ້າການກວ່າອີກ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ຈ໊ຽນຖັ໊ງ.

ສ່ວນຕາມທ່ານນາງ ຕ່ອງທິຟ໊ອງ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ແລ້ວ, ເລື່ອງປະຕິບັດ FTA ໄດ້ສົ່ງຜົນສະທ້ອນທີ່ຕັ້ງໜ້າເຖິງການເມືອງ, ການພົວພັນຕ່າງປະເທດ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຢັ້ງຢືນທີ່ຕັ້ງ, ບົດບາດ, ຖານະຕໍາແໜ່ງຂອງຫວຽດນາມໃນເວທີສາກົນ. ເຖິງຢ່າງໃດກໍ່ຕາມ, ເລື່ອງປະຕິບັດບັນດາ FTA ຍັງມີຄວາມຈໍາກັດຢູ່. ພວກເຮົາຍັງບໍ່ທັນກະຕວງການຜັນແປຂອງສະພາບເສດຖະກິດໄດ້ໝົດເທື່ອ. ສິນຄ້າສົ່ງອອກຂອງຫວຽດນາມສ່ວນຫຼາຍແມ່ນວັດຖຸດິບ. ວິສາຫະກິດຫວຽດນາມ ຕ້ອງພະຍາຍາມໃນຫຼາຍດ້ານເພື່ອບືນຕົວອອກສູ່ໂລກ, ສໍາຜັດກັບຕະຫຼາດ, ສໍາຜັດກັບຂໍ້ມູນຂ່າວສານ, ປະຕິບັດຄໍາໝັ້ນສັນຍາໃນບັນດາ FTA .

ໂດຍ: ທູຈາງ