ຫຼາຍກຸ່ມບໍລິສັດໃຫຍ່ມີຄວາມສົນໃຈ

ທ້າຍເດືອນສິງຫາຜ່ານມາ, ທ່ານ ຫງວຽນຈີ໊ຢູ໋ງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໄດ້ມີການເຮັດວຽກແບບທາງໄກກັບທ່ານ Kim Huát Ooi ຜູ້ອຳນວຍການໃຫຍ່ Intel Products ຫວຽດນາມ. ຝ່າຍ Intel ໄດ້ສະເໜີບາງບັນຫາກ່ຽວຂ້ອງເຖິງການຜັນຂະຫຍາຍບັນດາການເຄື່ອນໄຫວຄົ້ນຄວ້າ ແລະພັດທະນາ (R&D), ປ່ຽນແປງໃໝ່ເຕັກໂນໂລຢີ, ຍົກສູງກຳລັງຄວາມສາມາດຂອງ Intel ຢູ່ຫວຽດນາມ ເພື່ອໃຫ້ກາຍເປັນໂຮງງານຜະລິດນຳໃຊ້ເຕັກໂນໂລຢີທັນສະໄໝ, ປະດິດສ້າງບັນດາຜະລິດຕະພັນໃໝ່ທີ່ສຸດ. ພ້ອມກັນນັ້ນ Intel ກໍ່ຍົກອອກບັນດາຂໍ້ສະເໜີີທີ່ກ່ຽວຂ້ອງເຖິງອາກອນລາຍໄດ້ຂອງວິສາຫະກິດ ແລະໜູນຊ່ວຍຜັນຂະຫຍາຍບັນດາການເຄື່ອນໄຫວ R&D. ທ່ານ ຫງວຽນຈີ໊ຢູ໋ງ ໄດ້ແຈ້ງໃຫ້ Intel ຮັບຊາບວ່າ ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ), ໃນນັ້ນໄດ້ກຳນົດຢ່າງຈະແຈ້ງກ່ຽວກັບບັນດານະໂຍບາຍ ແລະຫຼັກການ, ເງື່ອນໄຂໝູນໃຊ້ບູລິມະສິດ, ໜູນຊ່ວຍການລົງທຶນ. Intel ອາດສາມາດຄົ້ນຄວ້າ, ອີງໃສ່ບັນດາຂໍ້ກຳນົດຂອງກົດໝາຍຫວຽດນາມ ເພື່ອຍົກອອກບັນດາຂໍ້ສະເໜີ, ແຜນການລາຍລະອຽດ. ກ່ຽວກັບຝ່າຍກະຊວງແຜນການ ແລະການລົງທຶນຫວຽດນາມ ແມ່ນຈະສືບຕໍ່ສົມທົບກັນເພື່ອແລກປ່ຽນ, ເຫັນດີເປັນເອກະພາບ ແລະຍື່ນສະເໜີຕໍ່ລັດຖະບານຫວຽດນາມ ພິຈາລະນາ ແລະຮັບຮອງເອົາ.

leftcenterrightdel
ຕ່ອງໂສ້ຜະລິດອຸປະກອນເອເລັກໂຕນິກຂອງ ຊາມຊູງ ຢູ່ ຫວຽດນາມ. ພາບ: nhandan.com.vn.

ນັບແຕ່ເມື່ອພະຍາດໂຄວິດ-19 ແຜ່ລະບາດໃນໂລກ, ຫຼາຍການເຄື່ອນໄຫວສົ່ງເສີມການລົງທຶນ ແລະບັນດາການເຮັດວຽກຂອງບັນດາກຸ່ມບໍລິສັດນາໆຊາດທີ່ມີຄວາມສົນໃຈເຖິງຫວຽດນາມ ນັ້ນໄດ້ປ່ຽນມາເປັນຮູບການທາງໄກກັບສູນບໍລິຫານຂອງຫວຽດນາມ ເຊິ່ງຕັ້ງຢູ່ກະຊວງແຜນການ ແລະການລົງທຶນຫວຽດນາມ. ໃນເດືອນກໍລະກົດ, ນັກລົງທຶນຍີ່ປຸ່ນກວ່າ 1.000 ຄົນ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ຍີ່ປຸ່ນ ແບບທາງໄກເພື່ອຊອກຫາກາລະໂອກາດລົງທຶນໃໝ່ຢູ່ຫວຽດນາມໃນສະພາບການບັນດາວິສາຫະກິດພວມມີທ່າອ່ຽງສ້າງໂຄງປະກອບລະບົບການຜະລິດ, ລະບົບສະໜອງຄືນໃໝ່ເພື່ອຫັນການລົງທຶນເປັນຫຼາຍຮູບແບບ ແລະຫຼາຍຝ່າຍ. ໃນຈຳນວນບັນດາວິສາຫະກິດທີ່ລັດຖະບານຍີ່ປຸ່ນ ໜູນຊ່ວຍເພື່ອຍົກຍ້າຍການຜະລິດ ຫຼື ເປີດກວ້າງການລົງທຶນຢູ່ອາຊຽນ, ມີວິສາຫະກິດຈຳນວນ 15 ແຫ່ງໄດ້ຮັບການໜູນຊ່ວຍລົງທຶນເຂົ້າຫວຽດນາມ ໃນລະບົບມູນຄ່າໃໝ່.

ຕາມຕົວເລກຂອງກົມລົງທຶນຕ່າງປະເທດ, ໃນໄລຍະ 8 ເດືອນຂອງປີ 2020, ຍອດເງິນລົງທຶນຕ່າງປະເທດເຂົ້າຫວຽດນາມ ບັນລຸ 19,54 ຕື້ໂດລາສະຫະລັດ, ເທົ່າກັບ 86,3% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີີ 2019. ກົມລົງທຶນຕ່າງປະເທດຕີລາຄາວ່າໝາກຜົນດຶງດູດການລົງທຶນໃນໄລຍະ 8 ເດືອນຂອງປີ 2020 ເຖິງວ່າຫຼຸດລົງເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍກໍ່ຕາມ, ແຕ່ວ່າໃນສະພາບການລົງທຶນທົ່ວໂລກຖືກຫຼຸດລົງຢ່າງແຮງຍ້ອນຜົນສະທ້ອນຈາກພະຍາດໂຄວິດ-19, ຫວຽດນາມ ກໍ່ຍັງດີກວ່າເມື່ອທຽບໃສ່ກັບຫຼາຍປະເທດອື່ນ, ສະແດງໃຫ້ເຫັນຄວາມດູດດື່ມຂອງຫວຽດນາມ ໃນສາຍຕາວົງການນັກລົງທຶນສາກົນ. ປະຈຸບັນມີນັກລົງທຶນຕ່າງປະເທດຫຼາຍຄົນມີຄວາມສົນໃຈ ແລະມີຄວາມຕ້ອງການຢາກລົງທຶນເຂົ້າຫວຽດນາມ. ເຖິງວ່າໂລກລະບາດໄດ້ສົ່ງຜົນກະທົບຢ່າງໜັກໜ່ວງທີ່ສຸດເຖິງພື້ນຖານເສດຖະກິດຂອງຫຼາຍປະເທດກໍ່ຕາມແຕ່ວ່າສຳລັບຫວຽດນາມແລ້ວໃນໄລຍະ 8 ເດືອນຜ່ານມາ ແມ່ນສືບຕໍ່ສົ່ງອອກເກີນດຸນ, ຕົ້ນຕໍແມ່ນມີການປະກອບສ່ວນຈາກຂົງເຂດທີ່ມີເງິນລົງທຶນຈາກຕ່າງປະເທດ.

ໃຫ້ບູລິມະສິດສົມກັບລະດັບ

ພະຍາດໂຄວິດ-19 ພວມຍູ້ໄວວິວັດການເຄື່ອນຍ້າຍລະບົບສະໜອງໃນທົ່ວໂລກ, ກາຍເປັນທ່າອ່ຽງຖອນເງິນລົງທຶນຢູ່ຕ່າງປະເທດເພື່ອມາລົງທຶນຢູ່ພາຍໃນປະເທດ ຫຼື ເປີດກວ້າງການລົງທຶນອອກສູ່ປະເທດອື່ນທີ່ມີທ່າແຮງແກ່ງແຍ້ງ, ເໝາະສົມກັບທ່າອ່ຽງພັດທະນາໃໝ່. ທ່ານ ສຈ.ປອ ຫງວຽນມ້າຍ, ປະທານສະຫະສະມາຄົມວິສາຫະກິດລົງທຶນຕ່າງປະເທດ ໄຈ້ແຍກວ່າ: ພ້ອມກັບອິນເດຍ ແລະອິນໂດເນເຊຍ, ຫວຽດນາມພວມພົ້ນເດັ່ນຂຶ້ນແມ່ນໜຶ່ງໃນສາມຈຸດນັດພົບທີ່ດູດກະແສການເຄື່ອນຍ້າຍເງິນລົງທຶນ. ກ່ອນໜ້ານີ້, ຫວຽດນາມ ມີທ່າແຮງແມ່ນຄວາມໝັ້ນຄົງດ້ານການເມືອງ, ເສດຖະກິດມະຫາພາກມີຄວາມໝັ້ນຄົງ, ໄພເງິນເຟີ້ຕ່ຳ ແລະໄດ້ຮັບການຕີລາຄາສູງກ່ຽວກັບແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບປະຈຸບັນໄດ້ມີສອງທ່າແຮງໃໝ່ໄດ້ເຮັດໃຫ້ເພີ່ມລັກສະນະດູດດື່ມຂອງສະພາບແວດລ້ອມແຫ່ງການການລົງທຶນ. ນັ້ນແມ່ນບັນດາອົງການຈັດຕັ້ງສາກົນແຖວໜ້າຄື: ທະນາຄານໂລກ (WB), ກອງທຶນເງິນຕາສາກົນ (IMF) ຕີລາຄາວ່າ ໄດ້ເປັນແບບຢ່າງກ່ຽວກັບການຮັບມືກັບວິກິດການໃນການກະທົບຂອງພະຍາດໂຄວິດ-19... ແຕ່ວ່າເພື່ອຮັບເອົາກະແສເງິນທຶນ FDI ທີ່ເຄື່ອນຍ້າຍມານັ້ນບໍ່ແມ່ນເລື່ອງງ່າຍ, ຍ້ອນວ່າບັນດາປະເທດແກ່ງແຍ້ງໂດຍກົງແມ່ນອິນໂດເນເຊຍ ໄດ້ວາງອອກຍຸດທະສາດຢ່າງຈະແຈ້ງທີ່ສຸດດວ້ຍນະໂຍບາຍພິິເສດເພື່ອບັນລຸເປົ້າໝາຍດຶງດູູດການລົງທຶນຈາກບັນດາກຸ່ມບໍລິສັດນາໆຊາດ. ໃນສະພາບການນັ້ນ, ຫວຽດນາມ ຕ້ອງມີມາດຕະການຄົບຊຸດ, ມີປະສິດທິຜົນຈາກນະໂຍບາຍທີ່ດິນ, ກຽມພ້ອມແຫຼ່ງທີ່ດິນ “ສະອາດ”... ຕະຫຼອດຮອດແຫຼ່ງຊັບພະຍາກອນມີຄຸນນະພາບສູງດ້ວຍລາຍຈ່າຍພໍດີພໍງາມ.

ຍຸດທະສາດຂອງຫວຽດນາມ ກ່ຽວກັບການລົງທຶນຕ່າງປະເທດໃນໄລຍະຈະມາເຖິງແມ່ນໃຫ້ບູລິມະສິດທີ່ມີຄວາມດູດດື່ມ, ມີການເລືອກເຟັ້ນກະແສເງິນລົງທຶນທີ່ມີຄຸນນະພາບ, ມີປະສິດທິຜົນ, ເໝາະສົມກັບຄວາມຕ້ອງການຮ່ວມມືລົງທຶນຂອງຫວຽດນາມ. ຕາມນັ້ນແລ້ວ, ຫວຽດນາມ ຕ້ອງເປັນເຈົ້າການສຳຜັດ ແລະກຽມພ້ອມໜູນຊ່ວຍບັນດາກຸ່ມບໍລິສັດໃຫຍ່, ບັນດາໂຄງການລົງທຶນຕ່າງປະເທດໃຫ້ເໝາະສົມກັບການກຳນົດທິດດັ່ງກ່າວເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດໃຫ້ມີຄວາມສະດວກ ແລະມີປະສິດທິຜົນ.

ໂດຍ: ສົມເພັດ