leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ໜຶ່ງໃນບັນດາບຸລິມະສິດຕົ້ນຕໍເຊິ່ງກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ ໄດ້ວາງອອກແມ່ນຮັບປະກັນຄວາມສະຖຽນລະພາບຂອບເຂດການອອກແບບກຳລັງການຜະລິດຂອງບັນດາໂຮງງານຜະລິດຫົວອາຫານລ້ຽງສັດອຸດສາຫະກຳຮອດປີ 2030 ຈາກ 40 – 45 ລ້ານໂຕນ, ປະລິມານຕົວຈິງຈາກ 30 – 32 ລ້ານໂຕນ. ນອກ​ນີ້ ຍັງຕ້ອງກຳນົດທີ່ຕັ້ງຂອງຂະແໜງ ລ້ຽງສັດຄືນໃໝ່ບົນພື້ນຖານຂອງຂະແໜງກະສິກຳ. ການສົ່ງອອກຂອງຫວຽດນາມ ແມ່ນຢືນຢູ່ອັບດັບທີ 15 ໃນໂລກ, ແຜນນະໂຍບາຍຂອງພັກ, ລັດໃນໄລຍະຈະມາເຖິງນີ້ແມ່ນສືບຕໍ່ເຊື່ອມໂຍງ ໃນນັ້ນການລ້ຽງສັດໄດ້ຮັບການກຳນົດວ່າແມ່ນຂະແໜງເສົາຄ້ຳໃນຂົງເຂດກະສິກຳ. ກຳນົດບັນດາທິດທາງໃນວິວັດການພັດທະນາ, ປ່ຽນແປງໂຄງປະກອບຂະແໜງສິນຄ້າຄືນໃໝ່ໃຫ້ເໝາະສົມໂດຍ​ສະ​ເພາະຄວາມຕ້ອງການຢູ່ພາຍໃນປະເທດ ແລະກ້າວໄປເຖິງການສົ່ງອອກໄປ​ຕ່າງປະ​ເທດ.

ຂ່າວ: ຂປລ