ຟື້ນຟູທ່າເຕີບໂຕ, ສົ່ງອອກເກີນດຸນກວ່າ 4 ຕື້ໂດລາສະຫະລັດ

ເຖິງວ່າປະສົບກັບຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ກໍ່ຕາມ, ແຕ່ໃນໄລຍະຜ່ານມາ, ສິນຄ້າຫວຽດນາມ ຍັງຢັ້ງຢືນໄດ້ທ່າແຮງ, ສ້າງຂີດໝາຍໃໝ່ໃນການສົ່ງອອກ. ໃນຊຸມວັນທ້າຍເດືອນມິຖຸນາ 2020,  ໝາກລີ້ນຈີ່ສົດທໍາອິດຂອງຫວຽດນາມ ໄດ້ສົ່ງອອກໄປຍັງຍີ່ປຸ່ນ ເຊິ່ງໄດ້ວາງຂາຍຢູ່ຕາມຮ້ານຊັບພະສິນຄ້າ, ສູນການຄ້າຢູ່ປະເທດນີ້ຢ່າງເປັນທາງການ. ຖັດຈາກຍີ່ປຸ່ນ ແລ້ວ, ໝາກລີ້ນຈີ່ສົດຂອງຫວຽດນາມ ກໍ່ສືບຕໍ່ໄດ້ສົ່ງອອກໄປຍັງຕະຫຼາດສິງກະໂປ.

leftcenterrightdel
ການເຄື່ອນໄຫວຜະລິດຢູ່ບໍລິສັດຫຸ້ນສ່ວນລົງທຶນ ແລະພັດທະນາກະສິກໍາເຕັກໂນໂລຢີສູງຮ່ານາມ. ພາບ: ນາມຈຶກ.

ຕາມຂໍ້ມູນຈາກກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ: ໂດຍສືບຕໍ່ເດືອນເມສາ, ເດືອນພຶດສະພາ, ການເຄື່ອນໄຫວການຄ້າໃນ 6 ເດືອນຂອງຫວຽດນາມ ມີທ່າເຕີບໂຕຄ່ອຍໆກັບຄືນມາ. ວົງເງິນການຄ້າສົ່ງອອກໃນເດືອນມິຖຸນາ 2020 ຄາດຄະເນວ່າບັນລຸໄດ້ 21 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9,5% ເມື່ອທຽບໃສ່ເດືອນພຶດສະພາ. ເມື່ອທຽບໃສ່ເດືອນພຶດສະພາ 2020 ຫຼາຍປະເພດສິນຄ້າກະສິກໍາເຕີບໂຕດີພໍສົມຄວນ, ຄື: ສິນໃນນ້ຳ, ຜັກ ແລະໝາກໄມ້, ໝາກມ່ວງຫິມະພານ... ວົງເງິນສົ່ງອອກປະເພດສິນຄ້າຕ່າງໆໃນກຸ່ມສິນຄ້າເຊື້ອເພີງ ແລະແຮ່ທາດກໍ່ເຕີບໂຕສູງ, ຄື: ນ້ຳມັນດິບ, ນ້ຳມັນເຊື້ອໄຟ ແລະແຮ່ທາດ. ວົງເງິນສົ່ງອອກກຸ່ມສິນຄ້າອຸດສາຫະກໍາປຸງແຕ່ງເພີ່ມຂຶ້ນ 10,5% ເມື່ອທຽບໃສ່ເດືອນພຶດສະພາ 2020, ບັນລຸໄດ້ 17,43 ຕື້ໂດລາສະຫະລັດ, ພິເສດແມ່ນປະເພດສິນຄ້າໂທລະສັບ; ຄອມພິວເຕີ ແລະເຄື່ອງອາໄຫຼ່...

ກ່ຽວກັບຕະຫຼາດ, ວົງເງິນສົ່ງອອກໄປຍັງບັນດາຕະຫຼາດໃນເດືອນມິຖຸນາ ລ້ວນແຕ່ມີການເຕີບໂຕເມື່ອທຽບໃສ່ເດືອນພຶດສະພາ, ພິເສດສອງຕະຫຼາດສົ່ງອອກຕົ້ນຕໍແມ່ນ ຈີນ ແລະອາເມລິກາ ແລະຕະຫຼາດບັນດາປະເທດສະມາຊິກ CPTPP, ຄື: ອົດສະຕາລີ, ຈີເລ, ເມັກຊີໂກ... ຄິດໄລ່ລວມ 6 ເດືອນປີ 2020, ເສດຖະກິດຫວຽດນາມ ສືບຕໍ່ສົ່ງອອກເກີນດຸນແມ່ນ 4,03 ຕື້ໂດລາສະຫະລັດ, ສູງກວ່າຫຼາຍເມື່ອທຽບໃສ່ຕົວເລກສົ່ງອອກເກີນດຸນ 1,72 ຕື້ໂດລາສະຫະລັດຂອງ 6 ເດືອນຕົ້ນປີ 2019.

ບັນດາກໍາລັງໜູນໃໝ່ໃຫ້ແກ່ການສົ່ງອອກ

ຕາມບັນດານັກຊ່ຽວຊານເສດຖະກິດແລ້ວ, ໃນ 6 ເດືອນທ້າຍປີ 2020, ການສົ່ງອອກສິນຄ້າຂອງຫວຽດນາມ ຄາດຄະເນວ່າຈະເຕີບໂຕດີກວ່າພາຍຫຼັງທີ່ຫຼາຍປະເທດເລີ່ມຜ່ອນຜັນບັນດາມາດຕະການຄວບຄຸມພະຍາດໂຄວິດ-19 ແລະຍູ້ໄວວິວັດທະນາການຟື້ນຟູ. ຄຽງຂ້າງນັ້ນ, ການຄວບຄຸມພະຍາດໂຄວິດ-19 ຂອງຫວຽດນາມ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ, ໄດ້ຮັບຖືວ່າແມ່ນກໍາລັງໜູນສໍາຄັນເພື່ອດຶງດູດແຫຼ່ງທຶນຈາກຕ່າງປະເທດເຂົ້າຫວຽດນາມ ພາຍຫຼັງພະຍາດໂຄວິດ-19.

ພິເສດ, ຕາມທ່ານ ກາວກ໊ວກຮືງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລ້ວ, ພື້ນຖານໃຫ້ການເຕີບໂຕການສົ່ງອອກໃນໄລຍະຈະມາເຖິງ ຍ້ອນແມ່ນຄວາມສາມາດໃນການຮັບມືທີ່ດີກວ່າຂອງກຸ່ມວິສາຫະກິດພາຍໃນປະເທດຈາກຜົນກະທົບຂອງພະຍາດໂຄວິດ-19. ໃນ 6 ເດືອນຕົ້ນປີ 2020, ວົງເງິນສົ່ງອອກຂອງກຸ່ມວິສາຫະກິດພາຍໃນປະເທດເພີ່ມຂຶ້ນ 11,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໝາກຜົນນີ້ໄດ້ສະແດງໃຫ້ເຫັນກໍາລັງໜູນເຕີບໂຕຂອງກຸ່ມວິສາຫະກິດພາຍໃນປະເທດແມ່ນບໍ່ໄດ້ອີງໃສ່ການເຕີບໂຕສົ່ງອອກຂອງກຸ່ມຜະລິດຕະພັນກະເສດ, ສິນໃນນ້ຳຄືໃນຊຸມປີກ່ອນນີ້ອີກແລ້ວ, ເຊິ່ງມາຈາກປະເພດສິນຄ້າຕ່າງໆຂອງກຸ່ມອຸດສາຫະກໍາ.

ວິສາຫະກິດຄວນຂະຫຍັນຂັນເຄື່ອນໃນການສຳຜັດກັບຕະຫຼາດ

ເມື່ອເນັ້ນໜັກເຖິງບັນຫາວິສາຫະກິດຕ້ອງໄດ້ເວົ້າເຖິງຄວາມຂະຫຍັນຂັນເຄື່ອນໃນການພັດທະນາຕະຫຼາດ, ທ່ານ ຫວູດຶ໊ກຢາງ ປະທານສະຫະສະມາຄົມຕ່ຳແຜ່ນຕັດຫຍິບຫວຽດນາມ ໃຫ້ຮູ້ວ່າ ປີ 2020 ແມ່ນປີທີ່ຂະແໜງຕ່ຳແຜ່ນຕັດຫຍິບປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ວົງເງິນສົ່ງອອກໄດ້ດີທີ່ສຸດຂອງຂະແໜງແມ່ນພຽງແຕ່ປະມານ 34 ຕື້ໂດລາສະຫະລັດ (ໃນຂະນະທີ່ ເປົ້າໝາຍວາງອອກແມ່ນ 40-42 ຕື້ໂດລາສະຫະລັດ), ຄວາມຫຍຸ້ງຍາກແມ່ນບໍ່ມີໃບສັ່ງຊື້ສິນຄ້າ ຫຼືເຂົາເຈົ້າຈະສັ່ງຊື້ສິນຄ້າແຕ່ກໍ່ມີການສຳຫຼວດຕະຫຼາດກ່ອນ.  ທ່ານ ຫວູດຶ໊ກຢາງ ກ່າວເຕືອນວ່າ ບັນດາວິສາຫະກິດຕ່ຳແຜ່ນຕັດຫຍິບຕ້ອງມີຄວາມສະດຸ້ງໄວກ່ຽວກັບຄວາມຕ້ອງການຂອງຕະຫຼາດ, ຈາກນັ້ນຊຸກຍູ້ການຫັນປ່ຽນໂຄງປະກອບປະເພດສິນຄ້າທີ່ເປັນມູນເຊື້ອໄປເປັນປະເພດສິນຄ້າທີ່ມີຄວາມສາມາດຮັບມືກັບສະພາບການໂດຍໄວ.

ເພື່ອໜູນຊ່ວຍວິສາຫະກິດຊຸກຍູ້ການພັດທະນາຕະຫຼາດສົ່ງອອກ, ທ່ານ ກາວກ໊ວກຮືງ ໃຫ້ຮູ້ວ່າ ກະຊວງອຸດສາຫະກຳ ແລະການຄ້າ ພວມຍູ້ແຮງວຽກງານຄົ້ນຄວ້າ, ກໍາແໜ້ນຂໍ້ມູນກ່ຽວກັບທ່າອ່ຽງໃນການຜະລິດ, ບໍລິໂພກ, ການຄ້າ, ເຄື່ອນຍ້າຍການລົງທຶນທີ່ຫາກໍ່ປະກົດຂຶ້ນຍ້ອນຜົນສະທ້ອນຈາກພະຍາດໂຄວິດ-19 ຢູ່ບັນດາປະເທດນໍາເຂົ້າ ກໍຄືຄູ່ແຂ່ງແກ່ງແຍ້ງ, ວາງອອກບັນດາວິທີການແກ້ໄຂຂຸດຄົ້ນບັນດາຕະຫຼາດຢ່າງມີປະສິດທິຜົນ. ພ້ອມກັນນັ້ນ, ຜັນຂະຫຍາຍບັນດາຮູບການສົ່ງເສີມການຄ້າ, ພິເສດແມ່ນບັນດາຮູບການສົ່ງເສີມການຄ້າທາງໄກເພື່ອຮັກສາຕະຫຼາດ, ເຊື່ອມຕໍ່ແລກປ່ຽນການຄ້າລະຫວ່າງວິສາຫະກິດຫວຽດນາມ ກັບຄູ່ຮ່ວມມືທີ່ມີຄວາມຕ້ອງການນໍາເຂົ້າຢູ່ບັນດາຕະຫຼາດມີຄວາມສາມາດຟື້ນຟູໂດຍໄວ, ຄື: ຈີນ, ໄຕ້ຫວັນ (ຈີນ), ສ.ເກົາຫຼີ, ຍີ່ປຸ່ນ; ເປີດກວ້າງໄປຍັງບັນດາຕະຫຼາດອື່ນຕາມການຜັນແປຂອງສະພາບພະຍາດໂຄວິດ-19 ເທື່ອລະກ້າວ.

ໂດຍ: ເຈິ່ນຮວ່ຽນ