ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາສຳນັກງານ, ອົງການຈັດຕັ້ງ ແລະວິສາຫະກິດຍີ່ປຸ່ນໄດ້ເນັ້ນໜັກເຖິງບົດບາດນັບມື້ນັບສໍາຄັນຂອງຫວຽດນາມໃນປະຊາຄົມສາກົນ, ພິເສດແມ່ນຜົນງານທີ່ເຕັມໄປດ້ວຍຄວາມປະທັບໃຈໃນການຄວບຄຸມພະຍາດໂຄວິດ-19. ບັນດາຄໍາເຫັນກໍ່ຢັ້ງຢືນວ່າ ຫວຽດນາມແມ່ນປະເທດປອດໄພ, ແມ່ນສະຖານທີ່ແຫ່ງການລົງທຶນທີ່ຈັບອົກຈັບໃຈແຖວໜ້າຂອງ ວິສາຫະກິດຍີ່ປຸ່ນ ພາຍຫຼັງພະຍາດໂຄວິດ-19.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn.

ຕາງໜ້າຝ່າຍຫວຽດນາມ, ທ່ານ ຫວູດ້າຍທັ໊ງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ຢັ້ງຢືນວ່າ ດ້ວຍກອບນິຕິກຳທີ່ນັບມື້ນັບຄົບຊຸດ, ພ້ອມກັບບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະຄວາມຕັດສິນໃຈຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ບັນດາວິສາຫະກິດຍີ່ປຸ່ນເວົ້າສະເພາະ ແລະບັນດານັກລົງທຶນຕ່າງປະເທດເວົ້າລວມ ຈະມີຫຼາຍກາລະໂອກາດລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ ປະສົບຜົນສໍາເລັດກວ່າອີກ.

ໂດຍ: ເຈິ່ນຮວ່ຽນ