ຊຸດບໍາລຸງສ້າງແມ່ນເພື່ອແນໃສ່ໜູນຊ່ວຍວິສາຫະກິດຍົກສູງປະສິດທິຜົນໃນການຄຸ້ມຄອງບໍລິສັດໂດຍຜ່ານການເຜີຍແຜ່ວິທີການສໍາຜັດກ່ຽວກັບການສ້າງຕັ້ງລະບົບຄວບຄຸມພາຍໃນ ແລະປະມວນກົດແຫ່ງການປະພຶດໃນການດໍາເນີນທຸລະກິດ, ພ້ອມທັງໜູນຊ່ວຍວິສາຫະກິດປະຕິບັດຕາມຂໍ້ກໍານົດຂອງກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງຢ່າງຄົບຖ້ວນ.

ຄຽງຂ້າງນັ້ນ, ຊຸດບໍາລຸງສ້າງແມ່ນເພື່ອແນໃສ່ໜູນຊ່ວຍສ້າງກົນໄກໃຫ້ມີຄວາມໂປ່ງໃສໃນທົ່ວພາກລັດ ແລະພາກເອກະຊົນ, ເພີ່ມທະວີລັດແຫ່ງອຳນາດນິຕິບັນຍັດ, ຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ; ສ້າງບັນດາແບບຢ່າງວິສາຫະກິດທີ່ມີຄວາມຮັບຜິດຊອບ.

leftcenterrightdel
ລະບົບຜະລິດສິນຄ້າຕັດຫຍິບຂອງຫວຽດນາມ ຢູ່ເຂດອຸດສາຫະກຳບ໊າທ້ຽນ 2, ເມືອງບິ່ງຊວຽນ, ແຂວງຫວີ໊ງຟຸກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ Sitara Syed, ຮອງຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ  ຢັ້ງຢືນວ່າ: “ບັນດາຜົນປະໂຫຍດເຊິ່ງວິສາຫະກິດໄດ້ຮັບເມື່ອສ້າງ ແລະນໍາໃຊ້ບັນດານະໂຍບາຍໃນການຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງຈະຫຼາຍກວ່າເມື່ອທຽບໃສ່ກັບເລື່ອງບໍລິສັດນັ້ນປະຕິບັດບັນດາການກະທໍາທີ່ກ່ຽວຂ້ອງເຖິງການສໍ້ລາດບັງຫຼວງ. ດໍາເນີນທຸລະກິດໃຫ້ມີຄວາມສັດຊື່ບໍລິສຸດຕ້ອງແມ່ນແກ່ນສານຂອງທຸກໆລະບົບຄຸນຄ່າຂອງບໍລິສັດ”.

ໂດຍ: ທູຈາງ