ນີ້ແມ່ນຄໍາເຫັນຂອງທ່ານ ໂດ໊ກວ໊ກຮືງ ຮອງຫົວໜ້າກົມການຕະຫຼາດອາຊີ-ອາຟະລິກາ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ທີ່ກອງປະຊຸມທາງໄກສົ່ງເສີມການຄ້າ ແລະການລົງທຶນດ້ວຍຫົວຂໍ້ “ການຄ້າ ແລະການລົງທຶນຫວຽດນາມ-ອິນເດຍ ໃນສະພາບປົກກະຕິໃໝ່” ເຊິ່ງຈັດຕັ້ງໃນຕອນບ່າຍວັນທີ 17 ມິຖຸນາ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ໂດ໊ກວ໊ກຮືງ ເນັ້ນໜັກວ່າ ຫວຽດນາມ ພວມມານະພະຍາຍາມໜູນຊ່ວຍບັນດາວິສາຫະກິດສົ່ງອອກ-ນໍາເຂົ້າ, ຖືນີ້ແມ່ນໜຶ່ງໃນບັນດາບຸລິມະສິດຂອງປີ 2020. ດັ່ງນັ້ນ, ຫວຽດນາມ ໃຫ້ຄໍາໝັ້ນສັນຍາຫຼຸດຜ່ອນບັນດາຮົ້ວກີດຂວາງດ້ານການຄ້າສິນຄ້າເພື່ອຫຼີກລ້ຽງທຸກການກະທົບທີ່ຫຍໍ້ທໍ້ເຖິງການເຄື່ອນໄຫວດ້ານການຄ້າ ແລະດຳເນີນທຸລະກິດໃນທຸກຂະແໜງການ.

ບົນເນື້ອໃນຈິດໃຈນັ້ນ, ທ່ານ ໂດ໊ກວ໊ກຮືງ ໄດ້ກະຕຸກຊຸກຍູ້ ອິນເດຍ ບໍ່ໝູນໃຊ້ບັນດາມາດຕະການປ້ອງກັນຕົວທາງການຄ້າສໍາລັບບັນດາຜະລິດຕະພັນຂອງຫວຽດນາມ, ຄື: ເຫຼັກ, ທໍ່ທອງ.... ກໍ່ຄືພິຈາລະນາຍົກເລີກບັນດາມາດຕະການຈໍາກັດດ້ານການຄ້າຄືຈັດວາງລາຄາຕໍ່າສຸດສໍາລັບໝາກພິກໄທ ແລະໝາກມ່ວງຫິມະພານ, ຮຽກຮ້ອງໃບອະນຸຍາດນໍາເຂົ້າໃຫ້ບັນດາຜະລິດຕະພັນຄືທູບ.

ໂດຍ: ກວຽດເຕິມ