EVFTA ມີຜົນສັກສິດແຕ່ວັນທີ 1 ສິງຫາ

ນັກຂ່າວ: ຂໍຮຽນທ່ານລັດຖະມົນຕີ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາມະຕິໃຫ້ສັດຕະຍາບັນສັນຍາ EVFTA ຢ່າງເປັນທາງການ, ຂໍທ່ານໃຫ້ຮູ້ຄວາມໝາຍຂອງບາດກ້າວນີ້ໃນວິວັດທະນາການກ້າວໄປເຖິງການປະຕິບັດສັນຍາ?

ທ່ານ ເຈິ່ນຕ໊ວນແອັງ: ອາດເວົ້າໄດ້ວ່າ, ວິວັດທະນາການເພື່ອດຳເນີນການເຈລະຈາ, ລົງນາມ ແລະໃຫ້ສັດຕະຍາບັນສັນຍາ EVFTA ໄດ້ໄປເຖິງບາດກ້າວສຸດທ້າຍແລ້ວ. ສ່ວນວຽກງານທີ່ຍັງເຫຼືອຕົ້ນຕໍແມ່ນລະບຽບການພົວພັນຕ່າງປະເທດໃນການແລກປ່ຽນຈົດໝາຍທາງການລະຫວ່າງຫວຽດນາມ ແລະອີຢູ ເພື່ອສໍາເລັດຂັ້ນຕອນກົດໝາຍໃຫ້ສັດຕະຍາບັນສັນຍາ. ຖ້າວ່າບໍ່ມີຫຍັງປ່ຽນແປງ, ສັນຍາຈະມີຜົນສັກສິດໃນວັນທໍາອິດຂອງເດືອນທີສອງຫຼັງເດືອນທີ່ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບການສໍາເລັດບັນດາລະບຽບການກົດໝາຍເໝາະກັບເພື່ອໃຫ້ສັນຍານີ້ມີຜົນສັກສິດ. ສະນັ້ນ, ອາດເວົ້າໄດ້ວ່ານັບແຕ່ວັນທີ 1 ສິງຫາ, EVFTA ຈະມີຜົນສັກສິດເພື່ອໃຫ້ອີຢູ ແລະຫວຽດນາມ ຈັດຕັ້ງປະຕິບັດ.

leftcenterrightdel
ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ. ພາບ: ດີ່ງທັ໊ງ.

ນັກຂ່າວ: ຂໍຮຽນທ່ານລັດຖະມົນຕີ, ສັນຍາ EVFTA ມີຄວາມໝາຍຄືແນວໃດສຳລັບຫວຽດນາມ ໃນສະພາບການຄ້າສາກົນປະຈຸບັນນີ້?

ທ່ານ ເຈິ່ນຕ໊ວນແອັງ: ນີ້ແມ່ນສັນຍາທີ່ມີຄວາມໝາຍຍຸດທະສາດໃນການພັດທະນາລວມຂອງຫວຽດນາມ ກໍ່ຄືອີຢູ, ປະກອບສ່ວນໃຫ້ແກ່ການພັດທະນາ ແລະປັບປຸງລະບົບການຄ້າຫຼາຍຝ່າຍບົນພື້ນຖານລະບຽບກົດໝາຍທີ່ໄດ້ສໍາເລັດ. ສິ່ງດັ່ງກ່າວກໍ່ແມ່ນການຢືນຢັນວ່າ, ຫວຽດນາມ ໄດ້ກ້າວເຂົ້າສູ່ໄລຍະໃໝ່ໃນວິວັດການເຊື່ອມໂຍງ, ໄລຍະເປັນເຈົ້າການໃນຍຸດທະສາດເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງໃນໂລກ, ຮັບປະກັນຜົນປະໂຫຍດຂອງປະເທດ, ພື້ນຖານເສດຖະກິດ, ຮັບໃຊ້ໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດໃນບັນດາຄໍາໝັ້ນສັນຍານີ້. ສະນັ້ນ, ອາດເວົ້າໄດ້ວ່າ EVFTA ໄດ້ເຮັດໃຫ້ຮູບພາບ ແລະຖານະບົດບາດຂອງຫວຽດນາມ ສືບຕໍ່ເພີ່ມທະວີ, ປັບປຸງຢູ່ພາກພື້ນ ແລະທົ່ວໂລກ.

ມີຫຼາຍກາລະໂອກາດແຕ່ບໍ່ໝາຍຄວາມວ່າຈະມີທຸກສິ່ງທຸກຢ່າງ

ນັກຂ່າວ: ຂໍຮຽນທ່ານລັດຖະມົນຕີ, ເມື່ອສັນຍາ EVFTA ມີຜົນສັກສິດ, ບັນດາວິສາຫະກິດຫວຽດນາມ ສາມາດໝູນໃຊ້ກາລະໂອກາດເຂົ້າຕະຫຼາດອີຢູ ເລີຍໄດ້ຫຼືບໍ່?

ທ່ານ ເຈິ່ນຕ໊ວນແອັງ: ຂ້າພະເຈົ້າຖືວ່ານີ້ບໍ່ແມ່ນຈຸດເວລາເພື່ອຕັ້ງຄໍາຖາມທີ່ວ່າບັນດາວິສາຫະກິດຫວຽດນາມ ສາມາດເຂົ້າຕະຫຼາດເອີລົບໃນທັນທີຜ່ານສັນຍາ EVFTA ໄດ້ຫຼືບໍ່, ຫາກພວກເຮົາຕ້ອງຕັ້ງຄໍາຖາມວ່າ: ຫວຽດນາມ ຕ້ອງເຮັດຫຍັງແດ່ເພື່ອໃຫ້ປະຊາຄົມວິສາຫະກິດ ແລະພື້ນຖານເສດຖະກິດໄດ້ຊົມໃຊ້, ຂຸດຄົ້ນບັນດາກາລະໂອກາດ, ຄວາມສະດວກຈາກ EVFTA ໃຫ້ດີທີ່ສຸດ ແລະມີປະສິດທິຜົນສູງສຸດ?

ເພື່ອເຮັດໄດ້ສິ່ງນີ້, ລັດຖະບານ, ທ່ານນາຍົກລັດຖະມົນຕີໄດ້ຊີ້ນໍາບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງການເມືອງໃນທົ່ວປະເທດຜັນຂະຫຍາຍການເຄື່ອນໄຫວເຈລະຈາ, ຫຼັງຈາກນັ້ນແມ່ນລົງນາມ ແລະດຽວນີ້ແມ່ນໃຫ້ສັດຕະຍາບັນສັນຍາ. ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມໄດ້ສ້າງແຜນຮ່າງບັນດາເນື້ອໃນຕົ້ນຕໍໂຄງການດໍາເນີນງານຂອງລັດຖະບານ ເພື່ອກະກຽມໃຫ້ແກ່ການປະຕິບັດສັນຍາ EVFTA. ລັດຖະບານຈະປະກາດໃຊ້ແຜນການນີ້ໂດຍໄວ. ໃນນັ້ນ, ໜ້າທີ່ໃຫຍ່ຂອງແຜນການນີ້ແມ່ນຍູ້ແຮງວຽກງານໂຄສະນາ, ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບ EVFTA ແລະຕະຫຼາດຂອງບັນດາປະເທດອີຢູ; ວຽກງານສ້າງກົດໝາຍ, ລະບອບລະບຽບການ; ຍົກສູງກໍາລັງຄວາມສາມາດແກ່ງແຍ້ງ ແລະການພັດທະນາຊັບພະຍາກອນມະນຸດ…

ນັກຂ່າວ: ຕາມທ່ານລັດຖະມົນຕີ, ວິສາຫະກິດຫວຽດນາມ ຄວນປ່ຽນແປງອັນໃດເພື່ອຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດອີຢູ?

ທ່ານ ເຈິ່ນຕ໊ວນແອັງ: ຕະຫຼາດອີຢູ ແມ່ນຕະຫຼາດທີ່ມີຄວາມຮຽກຮ້ອງຕ້ອງການເຄັ່ງຄັດທີ່ສຸດກ່ຽວກັບຄຸນນະພາບດ້ານເຕັກນິກ. ເປັນທີ່ຈະແຈ້ງແລ້ວວ່າ ລັດຖະບານໄດ້ເຂົ້າຮ່ວມ, ແນະນໍາ, ໜູນຊ່ວຍແຕ່ວິສາຫະກິດກໍ່ຕ້ອງເຂົ້າໃຈຢ່າງຖືກຕ້ອງເງື່ອນໄຂໃໝ່, ກົດແຫ່ງການເຊື່ອມໂຍງກັບພາກພື້ນນີ້. ຍ້ອນແນວນັ້ນ, ວິສາຫະກິດຕ້ອງເປັນເຈົ້າການຕັ້ງໜ້າກວ່າອີກໃນການເຊື່ອມໂຍງ. ບົນພື້ນຖານກົດໝາຍ ແລະຂອບເຂດການເຊື່ອມໂຍງທີ່ລັດຖະບານໄດ້ສ້າງຕັ້ງ, ບັນດາວິສາຫະກິດຕ້ອງສຳຜັດກັບບັນດາລາຍການເຜີຍແຜ່ຄວາມຮູ້ດ້ານກົດໝາຍ, ເຜີຍແຜ່ກ່ຽວກັບບັນດາ FTA ຢ່າງວ່ອງໄວ; ພ້ອມກັນນັ້ນຄວນຄົ້ນຄວ້າເລິກກວ່າກ່ຽວກັບຍຸດທະສາດພັດທະນາ ແລະແຊກຊຶມຕະຫຼາດ, ສົ່ງເສີມການຄ້າ, ສ້າງເຄື່ອງໝາຍການຄ້າ...

ນັກຂ່າວ: ຂໍຂອບໃຈ!

ໂດຍ: ເຈິ່ນຮວ່ຽນ