ນັກຂ່າວ: ຂໍທ່ານເອກອັກຄະລັດຖະທູດໃຫ້ຮູ້ກ່ຽວກັບເລື່ອງ EVFTA ໄດ້ຮັບການປະຕິບັດນັ້ນ ຈະມີຄວາມໝາຍແນວໃດຕໍ່ກັບຫວຽດນາມ ແລະອີຢູ ໃນສະພາບການປະຈຸບັນ?

ທ່ານ P.Aliberti: ໃນຈຸດເວລາເລີ່ມຕົ້ນຂອງປີ 2020, ພວກຂ້າພະເຈົ້າຫວັງວ່າຈະແມ່ນປີທີ່ມີຜົນງານຫຼາຍຢ່າງຂອງຫວຽດນາມ ກ່ຽວກັບການເຕີບໂຕດ້ານເສດຖະກິດເມື່ອ EVFTA ໄດ້ຮັບການປະຕິບັດ. ແຕ່ພະຍາດໂຄວິດ-19 ເກີດຂຶ້ນໃນໄລຍະຜ່ານມາ, ກໍ່ສົ່ງຜົນກະທົບໃນທົ່ວໂລກ. ສະນັ້ນ, ການປະຕິບັດສັນຍານີ້ຍັງມີຄວາມໝາຍສຳຄັນກວ່າ, ນັ້ນແມ່ນເພີ່ມບ້ວງເງິນໜູນຊ່ວຍຂອງ ລັດຖະບານຫວຽດນາມ ກັບພື້ນຖານເສດຖະກິດ. ເຖິງວ່າມີສິ່ງທ້າທາຍເກີດຂຶ້ນຫຼາຍຢ່າງກໍ່ຕາມ, ແຕ່ການປະຕິບັດສັນຍາຍັງຈະນໍາມາເຊິ່ງສົ່ງຜົນກະທົບຢ່າງຕັ້ງໜ້າໃຫ້ແກ່ການພັດທະນາເສດຖະກິດຂອງຫວຽດນາມ ຢູ່ຈຸດເວລານີ້ ກໍ່ຄືໃນອະນາຄົດ.

leftcenterrightdel
ທ່ານ P.Aliberti ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ (ອີຢູ) ປະຈຳ ຫວຽດນາມ. ພາບ: nhandan.com.vn.

ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ໃກ້ຊິດຕິດແທດທີ່ສຸດຂອງອີຢູ ໃນພາກພື້ນ. ພວກຂ້າພະເຈົ້າຢາກບັນລຸໄດ້ຜົນງານຫຼາຍຢ່າງໃນຈຸດເວລານີ້ເມື່ອຫວຽດນາມ ແລະອີຢູ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະຫວຽດນາມ ດໍາລົງຕໍາແໜ່ງບົດບາດເປັນປະທານອາຊຽນ. ອີຢູ ຢາກຮັບຮອງເອົາບັນດາສັນຍາການຄ້າເສລີ (FTA) ກັບບັນດາປະເທດສະມາຊິກອາຊຽນ ເພື່ອສົ່ງສານທີ່ວ່າ, ລະບົບການຄ້າຫຼາຍຝ່າຍຍັງສືບຕໍ່ເດີນແມ່ນແລ່ນສະດວກດີ. ພວກຂ້າພະເຈົ້າກໍ່ມຸ່ງໄປເຖິງອະນາຄົດທີ່ຍາວໄກກວ່າແມ່ນ FTA ລະຫວ່າງ ອີຢູ ແລະອາຊຽນ. ນີ້ຈະແມ່ນກໍາລັງໜູນເພື່ອຊຸກຍູ້ການພັດທະນາຂອງການຄ້າຫຼາຍຝ່າຍ. ບໍ່ພຽງແຕ່ມີບັນດາຜົນປະໂຫຍດດ້ານເສດຖະກິດການຄ້າເທົ່ານັ້ນ, ການພົວພັນດ້ານການເມືອງ, ອີຢູ ກໍ່ຢາກໄດ້ຮັບການສະໜັບສະໜູນຈາກຫວຽດນາມ ໃນການຕັ້ງໜ້າຊຸກຍູ້ສາຍພົວພັນກັບອາຊຽນ.

ນັກຂ່າວ: ຂໍທ່ານເອກອັກຄະລັດຖະທູດ ຕີລາຄາບັນດາກາລະໂອກາດເຊິ່ງ EVFTA ນໍາມາໃຫ້ຫວຽດນາມ ແລະເຮັດແນວໃດເພື່ອນໍາໃຊ້ຜົນປະໂຫຍດນີ້ຢ່າງມີປະສິດທິຜົນ?

ທ່ານ P.Aliberti: ສັນຍາໄດ້ຮັບການປະຕິບັດຈະສ້າງພື້ນຖານສໍາຄັນເພື່ອໃຫ້ສອງຝ່າຍຊຸກຍູ້ການພົວພັນໃນບັນດາຂົງເຂດທີ່ກ່ຽວຂ້ອງ. ກາລະໂອກາດທີ່ EVFTA ນໍາມາໃຫ້ທໍາອິດແມ່ນຜູ້ບໍລິໂພກຫວຽດນາມ ຈະມີກາລະໂອກາດໄດ້ສໍາຜັດກັບການຈັດຊື້, ນໍາໃຊ້ສິນຄ້າທີ່ມີຄຸນນະພາບສູງດ້ວຍລາຄາພໍດີງາມ. ບັນດານັກຜະລິດຫວຽດນາມ ຈະມີກາລະໂອກາດໄດ້ເຂົ້າຮ່ວມໃນລະບົບມູນຄ່າທົ່ວໂລກພ້ອມກັບບັນດາບໍລິສັດຂອງເອີລົບ. ຜົນປະໂຫຍດນໍາມາໃຫ້ລັດຫວຽດນາມ ແມ່ນການເຕີບໂຕຈາກການເພີ່ມທະວີການພົວພັນດ້ານເສດຖະກິດການຄ້າ. ຂອບເຂດຂອງສັນຍາກໍ່ຈະນໍາເອົາບັນດາເງື່ອນໄຂທີ່ດີກວ່າມາໃຫ້ຜູ້ອອກແຮງງານ. ກາລະໂອກາດທີ່ໄດ້ຈາກການປະຕິບັດ EVFTA ຈະນໍາມາເຊິ່ງແງ່ຫວັງອັນດີງາມກວ່າໃນຫຼາຍຂົງເຂດ. ກ່ຽວກັບການສົ່ງອອກໄປຍັງຕະຫຼາດເອີລົບ, ຜົນປະໂຫຍດຂອງຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດນັບແຕ່ເມື່ອສັນຍາມີຜົນສັກສິດ ແລະໃນໄລຍະຍາວ.

ໃນສະພາບຄວາມເຄັ່ງຕຶງດ້ານການຄ້າເພີ່ມຂຶ້ນ ແລະພະຍາດໂຄວິດ-19 ຍັງບໍ່ທັນຢຸດຕິ, ບັນດານັກຜະລິດສາກົນຢາກຫັນຕະຫຼາດຜະລິດ, ການຈຳໜ່າຍເປັນຫຼາຍຮູບຫຼາຍແບບ ແລະພວມເຫັນໄດ້ວ່າຫວຽດນາມ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ. ລັດຖະບານຫວຽດນາມ ຄວນຍົກອອກການຕັດສິນໃຈປັບປຸງກ່ຽວກັບລະບຽບການບໍລິຫານ, ບັນດາຂໍ້ກໍານົດກົດໝາຍ, ຊ່ວຍສະພາບແວດລ້ອມແຫ່ງການດໍາເນີນທຸລະກິດໃຫ້ມີສະຖຽນລະພາບ, ນໍາເອົາຄວາມສະດວກມາໃຫ້ບັນດາວິສາຫະກິດ. ຫວຽດນາມ ຄວນກໍາແໜ້ນກາລະໂອກາດສໍາຄັນນີ້ເພື່ອສ້າງກໍາລັງໜູນໃຫ້ແກ່ການພັດທະນາເສດຖະກິດ.

ນັກຂ່າວ: ຂໍທ່ານເອກອັກຄະລັດຖະທູດໃຫ້ຮູ້ກ່ຽວກັບສິ່ງທ້າທາຍທີ່ມີຕໍ່ຫວຽດນາມ ເມື່ອສັນຍາ  EVFTA ໄດ້ຮັບການປະຕິບັດ ແລະວິທີການແກ້ໄຂເພື່ອຜ່ານຜ່າຄວາມຫຍຸ້ງຍາກນີ້?

ທ່ານ P.Aliberti: ກາລະໂອກາດ ແລະສິ່ງທ້າທາຍຍາມໃດກໍ່ໄປພ້ອມໆກັນ. EVFTA ລວມມີບັນດາຂໍ້ກໍານົດລະອຽດກ່ຽວກັບການຄຸ້ມຄອງສິນຄ້າ, ຮຽກຮ້ອງບັນດາລະບຽບການບໍລິຫານຕ້ອງໄດ້ຮັບການແກ້ໄຂຢ່າງວ່ອງໄວ. ຄຽງຂ້າງນັ້ນ, ບັນດາຄໍາໝັ້ນສັນຍາເປີດປະຕູຕະຫຼາດສໍາລັບສິນຄ້າອີຢູ ກໍ່ສ້າງຄວາມກົດດັນແກ້ງແຍ້ງໃຫ້ແກ່ພື້ນຖານເສດຖະກິດ, ວິສາຫະກິດ ແລະສິນຄ້າ, ການບໍລິການຂອງຫວຽດນາມ. ສະນັ້ນ, ບັນດາວິສາຫະກິດຄວນມີບັນດາການປ່ຽນແປງ, ຍົກອອກການຕັດສິນໃຈທາງດ້ານຍຸດທະສາດເພື່ອຍົກສູງມາດຕະຖານສິນຄ້າ, ຄຸນນະພາບຜະລິດຕະພັນ. ນອກຈາກນັ້ນ, ເລື່ອງລັດຖະບານຫວຽດນາມ ໄດ້ສ້າງບັນດາເງື່ອນໄຂດໍາເນີນທຸລະກິດໃຫ້ມີຄວາມສະດວກຕື່ມອີກນັ້ນ ກໍ່ຈະຊ່ວຍໃຫ້ບັນດາວິສາຫະກິດຍົກສູງລັກສະນະແກ່ງແຍ້ງໃນຕະຫຼາດສາກົນ. ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ຈະຜ່ານຜ່າສິ່ງທ້າທາຍ ແລະບັນລຸໄດ້ຜົນງານຫຼາຍຢ່າງ.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ເຈິ່ນຮວ່ຽນ