ຂຸດຄົ້ນທ່າແຮງຕາມທິດຍືນຍົງ

ດ່ານັ້ງ ແມ່ນໜຶ່ງໃນ 28 ແຂວງ, ນະຄອນທີ່ຕັ້ງຢູ່ແຄມທະເລຂອງທົ່ວປະເທດທີ່ມີທ່າກຳປັ່ນທະເລນ້ຳເລິກສະດວກໃຫ້ແກ່ການພັດທະນາເສດຖະກິດສັງລວມທາງທະເລ. ໃນໄລຍະຜ່ານມາ, ນະຄອນດ່ານັ້ງ ໄດ້ມີຫຼາຍແຜນນະໂຍບາຍ, ມາດຕະການຄຸ້ມຄອງ, ປົກປັກຮັກສາ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທະເລຕາມທິດຍືນຍົງ. ຕາມພະແນກກະສິກຳ ແລະພັດທະນາຊົນນະບົດນະຄອນດ່ານັ້ງ, ເພື່ອຊ່ວຍຊາວປະມົງມີຄວາມອຸ່ນອ່ຽນໃຈອອກໄປຫາປາໄກຝັ່ງ, ປີ 2012, ນະຄອນດ່ານັ້ງ ໄດ້ປະກາດໃຊ້ຂໍ້ຕົກລົງສະບັບເລກທີ 7068/QĐ-UBND  ວ່າດ້ວຍນະໂຍບາຍໜູນຊ່ວຍຊາວປະມົງຕໍ່ກຳປັ່ນໃໝ່ເພື່ອຂຸດຄົ້ນສິນທະເລ ແລະກຳປັ່ນການບໍລິການຂຸດຄົ້ນສິນທະເລ...

leftcenterrightdel
ທ່າກຳປັ່ນຕຽນຊາ (ດ່ານັ້ງ) ແມ່ນທ່າກຳປັ່ນນ້ຳເລິກສາມາດຮອງຮັບກຳປັ່ນລຳໃຫຍ່, ສະດວກໃຫ້ແກ່ການຂຸດຄົ້ນການບໍລິການທ່າກຳປັ່ນ ແລະການບໍລິການ logistics. ພາບ: qdnd.vn.

ຄຽງຂ້າງການໜູນຊ່ວຍຊາວປະມົງໃນການຕໍ່ກຳປ່ັນລຳໃຫຍ່ໃໝ່ນັ້ນ, ນະຄອນດ່ານັ້ງ ກໍ່ລົງທຶນພັດທະນາບັນດາການບໍລິການພະລາທິການອາຊີບຫາປາ ຕາມທິດເປັນໃຈກາງອາຊີບຫາປາຂອງພາກກາງ. ພາຍຫຼັງພາພວກຂ້າພະເຈົ້າໄປທ່ຽວຊົມບ່ອນຈອດເຮືອຫາປາ, ທ່ານ ຫງວຽນລ້າຍ, ຮອງຫົວໜ້າຄະນະຄຸ້ມຄອງບ່ອນຈອດເຮືອຫາປາ ແລະທ່າກຳປັ່ນທໍ້ກວາງ (ພະແນກກະສິກຳ ແລະພັດທະນາຊົນນະບົດນະຄອນດ່ານັ້ງ) ແນະນຳວ່າ: “ບ່ອນຈອດເຮືອຫາປາ ແລະທ່າກຳປັ່ນທໍ້ກວາງ ມີເນື້ອທີ່ທັງໝົດ 62 ແຮັກຕາ, ລວມມີທ່າກຳປັ່ນຫາປາ, ຕະຫຼາດຊື້-ຂາຍເຄື່ອງທະເລ ແລະເຂດຈອດເຮືອຫາປາເພື່ອຫຼີກລ້ຽງພາຍຸ. ນັບແຕ່ປີ 2004 ຮອດປີ 2010, ບ່ອນຈອດເຮືອຫາປາ ແລະທ່າກຳປັ່ນທໍ້ກວາງ ໂດຍໄດ້ຮັບການລົງທຶນຈາກສູນກາງ ແລະນະຄອນເປັນເງິນ 180 ຕື້ດົ່ງ ເພື່ອກໍ່ສ້າງ ແລະປັບປຸງ. ເພື່ອສືບຕໍ່ເສີມຂະຫຍາຍປະສິດທິຜົນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງ,  ແຫຼ່ງກຳລັງຕ່າງໆ, ເພື່ອຕອບສະໜອງການບໍລິການດ້ານພະລາທິການໃຫ້ແກ່ອາຊີບຫາປາ, ທາງກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ ແລະນະຄອນດ່ານັ້ງ ພວມຜັນຂະຫຍາຍໂຄງການ “ຍົກລະດັບ, ເປີດກວ້າງທ່າກຳປັ່ນທໍ້ກວາງ” ດ້ວຍລາຍຈ່າຍ 217,5 ຕື້ດົ່ງ. ເມື່ອສໍາເລັດ, ຢູ່ທີ່ນີ້ຈະມີພື້ນຖານໂຄງລ່າງເຕັກນິກຄົບຊຸດ, ເໝາະສົມ, ຕອບສະໜອງຄວາມຕ້ອງການພະລາທິການໃຫ້ແກ່ອາຊີບຫາປາ, ສ້າງກຳລັງໜູນໃນການພັດທະນາອາຊີບຫາປາດ່ານັ້ງ ເວົ້າສະເພາະ ແລະພາກກາງເວົ້າລວມ”.

ເອົາໃຈໃສ່ພັດທະນາບັນດາຂະແໜງເສດຖະກິດທະເລຈຸດສຸມ

ຕາມທ່ານ ເຈືອງກວາງເຫງ້ຍ, ກຳມະການສູນກາງພັກ, ເລຂາພັກນະຄອນດ່ານັ້ງ ແລ້ວ, ເພື່ອປະຕິບັດໃຫ້ໄດ້ເປົ້າໝາຍໃນມະຕິຕົກລົງສະບັບເລກທີ 43, ລົງວັນທີ 5 ກຸມພາ 2020, ຄະນະພັກນະຄອນດ່ານັ້ງ ໄດ້ປະກາດໃຊ້ໂຄງການເລກທີ 41-CTr/TU ຂອງສູນກາງ ວ່າດ້ວຍການຜັນຂະຫຍາຍປະຕິບັດຫົວຂໍ້ສະເພາະ “ສຸມໃສ່ພັດທະນາການບໍລິການ logistics, ທ່າກໍາປັ່ນ, ນໍາດ່ານັ້ງ ໃຫ້ກາຍເປັນໃຈກາງເສດຖະກິດທາງທະເລຂະໜາດໃຫຍ່ຂອງປະເທດ”. ຕາມນັ້ນແລ້ວ, ນະຄອນໄດ້ສຸມໃສ່ພັດທະນາບັນດາຂະແໜງການບໍລິການ logistics ໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນເພື່ອຊຸກຍູ້ການຜະລິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດ logistics; ຂຸດຄົ້ນການບໍລິການ logistics ໃນແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ໃຫ້ມີປະສິດທິຜົນ, ມຸ່ງໄປເຖິງການກາຍເປັນໜຶ່ງໃນບັນດາຂະແໜງການບໍລິການທີ່ມີມູນຄ່າເພີ່ມສູງ, ໄດ້ຮັບການຄຸ້ມຄອງ, ເຄື່ອນໄຫວຕາມທິດທັນສະໄໝ, ຕິດພັນກັບການພັດທະນາການຜະລິດເປັນສິນຄ້າ, ສົ່ງອອກ, ນຳເຂົ້າ, ພັດທະນາພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ການຄ້າເອເລັກໂຕນິກ ແລະເສດຖະກິດດີຈີຕອນ.

ເມື່ອເຕື້ອງເຖິງບັນຫາພັດທະນາເສດຖະກິດທາງທະເລແບບຍືນຍົງ, ທ່ານ ໂຮ່ກີ່ມິງ, ຮອງປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ ໃຫ້ຮູ້ວ່າ: ພ້ອມກັບການລົງທຶນພັດທະນາການທ່ອງທ່ຽວ ແລະການບໍລິການທາງທະເລ, ໃນຊຸມປີຈະມາເຖິງ, ນະຄອນຈະສຸມໃສ່ພັດທະນາບັນດາຂະແໜງເສດຖະກິດທະເລຈຸດສຸມ, ຄື: ເສດຖະກິດເດີນທະເລ, ຂຸດຄົ້ນສິນທະເລ, ພະລັງງານຜະລິດຄືນໃໝ່... ນະຄອນໄດ້ລະດົມທຸກແຫຼ່ງກຳລັງ ເພື່ອກໍ່ສ້າງກຸ່ມທ່າກຳປັ່ນດ່ານັ້ງ ໃຫ້ກາຍເປັນກຸ່ມທ່າກຳປັ່ນໃຫຍ່, ທັນສະໄໝ, ແມ່ນໃຈກາງທ່າກຳປັ່ນຂອງພາກກາງ, ບັນລຸລະດັບພາກພື້ນອາຊີຕາເວັນອອກສ່ຽງໃຕ້; ຍົກສູງກຳລັງຄວາມສາມາດ, ຮັບປະກັນແກ້ໄຂໃຫ້ໄດ້ 100% ຈຳນວນສິນຄ້າທີ່ອອກໄປ ແລະເຂົ້າມາ; ພັດທະນາການບໍລິການຂົນສົ່ງທາງທະເລ, ການບໍລິການເດີນທະເລ ເທື່ອລະກ້າວເພື່ອໃຫ້ກາຍເປັນທ່າແຮງ, ຂອດບຸກທະລຸໃນການພັດທະນາບັນດາຂົງເຂດເສດຖະກິດອື່ນໆ; ຍົກລະດັບ ແລະລົງທຶນກໍ່ສ້າງບັນດາທ່າກຳປັ່ນຂອງນະຄອນ, ຂຸດຄົ້ນບັນດາການບໍລິການຂົນສົ່ງທາງທະເລໃຫ້ມີປະສິດທິຜົນ. ກໍ່ສ້າງພື້ນຖານໂຄງລ່າງ logistics ແລະບັນດາເສັ້ນທາງຄົມມະນາຄົມທີ່ເຊື່ອມຕໍ່ລະຫວ່າງບັນດາທ່າກໍາປັ່ນທະເລກັບບັນດາເຂດອຸດສາຫະກຳຂອງນະຄອນ ແລະບັນດາເຂດ, ພາກ, ທ້ອງຖິ່ນໃນປະເທດ, ສາກົນໃຫ້ສຳເລັດ; ພັດທະນາກອງກຳປັ່ນຂົນສົ່ງທາງທະເລ, ຍົກສູງຄຸນນະພາບການບໍລິການ...

ສຳລັບຂະແໜງຂຸດຄົ້ນສິນທະເລ, ຄະນະກຳມະການປະຊາຊົນນະຄອນດ່ານັ້ງ ໄດ້ເອົາໃຈໃສ່ປ່ຽນຈາກການຂຸດຄົ້ນຕາມແບບມູນເຊື້ອມາເປັນທັນສະໄໝ, ກ້າວໜ້າ, ໝູນໃຊ້ເຕັກໂນໂລຢີສູງ; ປັບປຸງໂຄງປະກອບກຳປັ່ນ, ເຮືອຫາປາຕາມທິດຍູ້ແຮງການຂຸດຄົ້ນຢູ່ໄກຝັ່ງ, ຮ່ວມສຳພັນການຜະລິດຕາມຮູບການໜ່ວຍຮ່ວມມື, ສະຫະພັນສະຫະກອນ; ສົ່ງເສີມພັດທະນາການຮ່ວມສຳພັນການຜະລິດ. ທາງນະຄອນໄດ້ລົງທຶນກໍ່ສ້າງບາງຂະແໜງເສດຖະກິດໂດຍອີງໃສ່ການຂຸດຄົ້ນຊັບພະຍາກອນທະເລ, ຄື: ວັດຖຸຜະລິດຢາທາງທະເລ. ລ້ຽງປູກ ແລະປຸງແຕ່ງສະຫຼ່າຍທະເລ, ຫຍ້າທະເລ... ຊຸກຍູ້ການລົງທຶນກໍ່ສ້າງ, ຂຸດຄົ້ນໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ ແລະບັນດາພະລັງງານຜະລິດຄືນໃໝ່ອື່ນໆ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດທະເລແບບຍືນຍົງ.

ໂດຍ: ສົມເພັດ