ມຸ່ງໄປເຖິງເປົ້າໝາຍແມ່ນຜູ້ອອກແຮງງານເວົ້າລວມ ແລະຜູ້ອອກແຮງງານໜຸ່ມເວົ້າສະເພາະ, ໂຄງການໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າຈາກ 963 ວິສາຫະກິດ, ດຶງດູດການເຂົ້າຮ່ວມຂອງຜູ້ວາງງານຍ້ອນພະຍາດໂຄວິດ-19 ຫຼາຍສິບພັນຄົນ.

leftcenterrightdel
ໝາກຜົນ “ບັ້ນຮົບ 10.000 ວຽກເຮັດງານທໍາເພື່ອປະຊາຄົມ-ຕ້ານໄພວາງງານໄລຍະພະຍາດໂຄວິດ”. ພາບ: qdnd.vn.

ທ່ານ ເຈິ່ນກວາງຮືງ, ຮອງເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ “ໄລຍະທີ 1 ຂອງໂຄງການໄດ້ສິ້ນສຸດລົງດ້ວຍບັນດາໝາກຜົນມີຄວາມໝາຍທີ່ສຸດ. ໂຄງການບໍ່ພຽງແຕ່ແຜ່ຂະຫຍາຍຢ່າງກວາງຂວາງຢູ່ຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ຮັບຄວາມສົນໃຈພິເສດຈາກສື່ມວນຊົນ ແລະວິສາຫະກິດໃນພາກພື້ນອາຊີ ”.

ຕາມທ່ານຮອງເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລ້ວ ໃນໄລຍະຈະມາເຖິງ, ຄະນະຈັດຕັ້ງ “ບັ້ນຮົບ 10.000 ວຽກເຮັດງານທໍາເພື່ອປະຊາຄົມ - ຕ້ານໄພວາງງານໄລຍະພະຍາດໂຄວິດ”  ຈະຈັດຕັ້ງຫຼາຍກອງປະຊຸມສໍາມະນາກ່ຽວກັບກໍານົດທິດອາຊີບ, ໃຫ້ຄໍາປຶກສາ ແລະເຊື່ອມຕໍ່ວຽກເຮັດງານທໍາຢູ່ບັນດາມະຫາວິທະຍາໄລ, ສະຖາບັນໃຫຍ່ໃນບໍລິເວນນະຄອນຫຼວງ. ຜ່ານນີ້ເປີດກວ້າງເປົ້າໝາຍຂອງໂຄງການເຖິງເພື່ອນໜຸ່ມທີ່ພວມຮໍ່າຮຽນຢູ່ໂຮງຮຽນຕ່າງໆ.

ໂດຍ: ເກື່ອງດັ້ງ