ລວມມີບັນດາວິສາຫະກິດໂດຍບັນດາຜູ້ໃນກຸ່ມສ່ຽງໄພສູງກວ່າເພິ່ນເປັນເຈົ້າຂອງ, ຜ່ານນັ້ນສ້າງສະພາບແວດລ້ອມສະດວກ ເພື່ອໃຫ້ເຂົາເຈົ້າສຳຜັດກັບເຕັກໂນໂລຢີຊ່ວຍເພີ່ມທະວີກໍາລັງຄວາມສາມາດແກ່ງແຍ້ງ, ທັກສະຄຸ້ມຄອງວິສາຫະກິດ ແລະແຫຼ່ງທຶນ.

ຂໍ້ຕົກລົງນີ້ກໍ່ຈະຊຸກຍູ້ຈິດໃຈເລີ່ມທຸລະກິດ, ເຊື່ອມຕໍ່ບັນດາວິສາຫະກິດເລີ່ມທຸລະກິດຂອງຫວຽດນາມ ກັບບັນດາກຸ່ມບໍລິສັດ, ກອງທຶນ ແລະບັນດາອົງການຈັດຕັ້ງໜູນຊ່ວຍອື່ນໃນລະບົບຊີວະພາບເລີ່ມທຸລະກິດ ແລະປ່ຽນແປງໃໝ່ຫົວຄິດປະດິດສ້າງສາກົນຢ່າງເລິກເຊິ່ງກວ້າງຂວາງ; ປັບປຸງຊັບພະຍາກອນມະນຸດມີຄຸນນະພາບສູງທີ່ຈໍາເປັນໃຫ້ແກ່ພື້ນຖານເສດຖະກິດໝັ້ນຄົງເຂັ້ມແຂງໂດຍອີງໃສ່ພູມປັນຍາ.

leftcenterrightdel
ທ່ານ Daniel J. Kritenbrink ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ. ພາບ: Reuters.

ທ່ານ Daniel J. Kritenbrink ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ເນັ້ນໜັກວ່າ, ຂໍ້ຕົກລົງຫາກໍ່ໄດ້ລົງນາມສະແດງໃຫ້ເຫັນຄໍາໝັ້ນສັນຍາຂອງລັດຖະບານອາເມລິກາ ແນໃສ່ໜູນຊ່ວຍຄວາມມານະພະຍາຍາມຂອງຫວຽດນາມ ກາຍເປັນພື້ນຖານເສດຖະກິດກວມລວມ, ປ່ຽນແປງໃໝ່ປະດິດສ້າງ ແລະເປີດອົກເປີດໃຈກວ່າ. ຜ່ານການຮ່ວມມືຢ່າງແໜ້ນແຟ້ນກັບ ລັດຖະບານຫວຽດນາມ, ພວກຂ້າພະເຈົ້າຮັບປະກັນວ່າການໜູນຊ່ວຍພັດທະນາຂອງ USAID ຈະຕອບສະໜອງວິໄສທັດຮ່ວມຂອງສອງປະເທດກ່ຽວກັບປະເທດຫວຽດນາມ ວັດທະນາຖາວອນ ແລະເອກະລາດ.

ໂດຍ: ເຈິ່ນຮວ່ຽນ