ທີ່ຕັ້ງ, ອິດທິພົນຊື່ສຽງຂອງຫວຽດນາມ ສືບຕໍ່ໄດ້ຮັບການຢັ້ງຢືນ ແລະຍົກສູງຂຶ້ນ

ນັກຂ່າວ: ປີ 2019, ສະພາບການດ້ານເສດຖະກິດໄດ້ຮັບການຕີລາຄາວ່າມີຜົນງານຫຼາຍຢ່າງ. ສະນັ້ນ, ທ່ານລັດຖະມົນຕີມີຄວາມປະທັບໃຈຕໍ່ຜົນງານໃດແດ່?

ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ: ປີ 2019 ໄດ້ສິ້ນສຸດລົງດ້ວຍຫຼາຍຜົນງານຂອງປະເທດ. ແຕ່ວ່າພົ້ນເດັ່ນທີ່ສຸດຂອງພື້ນຖານເສດຖະກິດທີ່ໄດ້ຮັບການຮັບຮູ້ນັັ້ນແມ່ນການຮັກສາພື້ນຖານ, ຮັກສາຄວາມໝັ້ນຄົງດ້ານເສດຖະກິດມະຫາພາກໃນເງື່ອນໄຂຕະຫຼາດການເງິນ, ເງິນຕາສາກົນມີການເໜັງຕີງຢ່າງແຮງ; ໄດ້ສັງກັດຢູ່ກຸ່ມບັນດາປະເທດມີການເຕີບໂຕສູງຂອງພາກພື້ນ ແລະໃນໂລກ. ຖານະບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງຂອງຫວຽດນາມ ຢູ່ເວທີສາກົນສືບຕໍ່ໄດ້ຮັບການຢັ້ງຢືນ ແລະຍົກສູງຂຶ້ນ, ນັບມື້ນັບຍາດໄດ້ການສະໜັບສະໜູນ, ຕີລາຄາສູງຈາກປະຊາຄົມສາກົນ, ປະກອບສ່ວນປະຕິບັດໜ້າທີ່ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນໄວ້ໃຫ້ໝັ້ນຄົງເຂັ້ມແຂງ ແລະບັນດາຜົນປະໂຫຍດຂອງປະເທດຊາດ.

leftcenterrightdel
ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ. ພາບ: qdnd.vn.

ສິ່ງປະທັບໃຈອີກອັນໜຶ່ງຂອງພື້ນຖານເສດຖະກິດໃນປີ 2019 ແມ່ນວິວັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ໃຫ້ແທດຈິງກວ່າ; ໃນສະພາບການທີ່ຫຍຸ້ງຍາກບັນດາຂະແໜງການ, ຂົງເຂດຕົ້ນຕໍແມ່ນມີການພັດທະນາຢ່າງມີສະຖຽນລະພາບ ແລະມີຄວາມຕັ້ງໜ້າ. ພັດທະນາເສດຖະກິດໄປຄຽງຄູ່ກັບການພັດທະນາບັນດາຂົງເຂດສັງຄົມ... ປະກອບສ່ວນຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ປີ 2019, ຕາມການຕີລາຄາຂອງເວທີປາໄສເສດຖະກິດໂລກ, ຫວຽດນາມ ເປັນຄັ້ງທໍາອິດທີ່ບືນຕົວຂຶ້ນຢູ່ອັນດັບທີ 67/141 ໃນຕາຕະລາງຈັດອັນດັບພື້ນຖານເສດຖະກິດໂລກ (ເພີ່ມຂຶ້ນ 10 ຂັ້ນເມື່ອທຽບໃສ່ປີ 2018), ຖືກຈັດຢູ່ອັນດັບທີ 8 ໃນຈໍານວນບັນດາພື້ນຖານເສດຖະກິດດີທີ່ສຸດໃນໂລກເພື່ອການລົງທຶນ (ເພີ່ມຂຶ້ນ 15 ຂັ້ນເມື່ອທຽບໃສ່ປີ 2018).

ນັກຂ່າວ: ສ່ວນສິ່ງທ້າທາຍ, ຂໍ້ຈໍາກັດຕ່າງໆຂອງພື້ນຖານເສດຖະກິດຕາມການສັງເກດຂອງທ່ານລັດຖະມົນຕີແລ້ວແມ່ນຫຍັງ? 

ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ: ໄປຄຽງຄູ່ກັບບັນດາໝາກຜົນທີ່ບັນລຸໄດ້ທາງດ້ານເສດຖະກິດ-ສັງຄົມ ໃນປີ 2019 ນັ້ນພື້ນຖານເສດຖະກິດຂອງປະເທດເຮົາຍັງມີຂໍ້ຄົງຂ້າງ, ຂໍ້ຈໍາກັດຈຳນວນໜຶ່ງ; ບາງບັນຫາຍັງມີການໂຮມເຂົ້າກັນ, ຄົງຂ້າງມາແຕ່ດົນແລ້ວ, ເຊິ່ງບໍ່ສາມາດແກ້ໄຂແບບງ່າຍດາຍໄດ້. ພົ້ນເດັ່ນແມ່ນ, ບັນຫາການປ່ຽນແປງໃໝ່ຮູບແບບການເຕີບໂຕທີ່ຕິດພັນກັບການຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະກໍາລັງແກ່ງແຍ້ງຂອງພື້ນຖານເສດຖະກິດເຖິງວ່າບັນລຸໄດ້ບາງໝາກຜົນກໍ່ຕາມແຕ່ວ່າພວມຖືກຈໍາກັດຍ້ອນລະບົບພື້ນຖານໂຄງລ່າງຮັບໃຊ້ໃຫ້ແກ່ການພັດທະນາຂອງປະເທດທີ່ຍັງບໍ່ທັນດີປານໃດ...

ນັກຂ່າວ: ສະພາແຫ່ງຊາດໄດ້ຕັ້ງເປົ້າໝາຍການເຕີບໂຕໃນປີ 2020 ໃຫ້ບັນລຸໄດ້ປະມານ 6,8%. ສະນັ້ນແມ່ນຫຍັງທີ່ເປັນກໍາລັງໜູນໃຫ້ປີ 2020, ຂໍຮຽນທ່ານລັດຖະມົນຕີ?

ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ: ປີ 2020 ສືບຕໍ່ແມ່ນປີທີ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ການເຕີບໂຕເສດຖະກິດ ແລະການຄ້າທົ່ວໂລກຍັງຊັກຊ້າ, ຄວາມສ່ຽງເພີ່ມຂຶ້ນ, ທ່າອ່ຽງປົກປ້ອງ, ແກ່ງແຍ້ງກັນນັບມື້ນັບສັບສົນ, ຮ້ອນແຮງ. ດ້ວຍລະດັບການເປີດກວ້າງເສດຖະກິດນັ້ນ, ບັນດາຜົນກະທົບທີ່ຫຍໍ້ທໍ້ຂອງພື້ນຖານເສດຖະກິດໃນໂລກຕະຫຼອດຮອດເສດຖະກິດຢູ່ພາຍໃນປະເທດແມ່ນມີຄວາມວ່ອງໄວ ແລະແຮງກວ່າ.

ຄຽງຂ້າງນັ້ນ, ວິວັດການສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕບັນລຸໄດ້ໝາກຜົນຕັ້ງໜ້າໄດ້ປະກອບສ່ວນປັບປຸງຄຸນນະພາບການເຕີບໂຕ. ລາຍລະອຽດ, ເລື່ອງສ້າງໂຄງປະກອບຂະແໜງການ, ຂົງເຂດຄືນໃໝ່ເພື່ອບັນລຸໄດ້ໝາກຜົນເປັນໜ້າຊື່ນຊົມ, ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າແມ່ນກຳລັງຫຼັກແຫຼ່ງໃນການພັດທະນາ, ປະກົດອອກການບໍລິການໃໝ່ຫຼາຍຮູບແບບ, ທັນສະໄໝ, ຊຸກຍູ້ການຫັນປ່ຽນໂຄງປະກອບພື້ນຖານເສດຖະກິດຕາມທິດຫຼຸດຜ່ອນຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະສິນໃນນໍ້າ, ເພີ່ມອຸດສາຫະກໍາ, ກໍ່ສ້າງ ແລະບໍລິການ; ຄ່ອຍໆຫຼຸດຜ່ອນການເຕີບໂຕທີ່ອີງໃສ່ການຂຸດຄົ້ນແຮ່ທາດ ແລະການເຕີບໂຕຂອງສິນເຊື່ອ; ການປະກອບສ່ວນຂອງສະມັດຕະພາບທີ່ເປັນປັດໄຈສັງລວມ (TFP) ໃນແຕ່ລະປີແມ່ນຫຼາຍກວ່າ 40%, ສູງກວ່າໄລຍະກ່ອນນີ້ (33,58%), ເລື່ອນກາຍຄາດໝາຍທີ່ວາງອອກ (30-35%); ສະມັດຕະພາບແຮງງານສະເລ່ຍໃນໄລຍະ 2016-2019 ບັນລຸ 5,8%/ປີເລື່ອນກາຍຄາດໝາຍ 5 ປີແມ່ນ 5,5%/ປີ.

ປະຕິບັດສໍາເລັດກົນໄກເສດຖະກິດຕະຫຼາດກໍານົດທິດສັງຄົມນິຍົມຢ່າງຄົບຖ້ວນ, ຄົບຊຸດ

ນັກຂ່າວ: ກະຊວງແຜນການ ແລະການລົງທຶນ ພວມຊ່ວຍອະນຸກໍາມະການເສດຖະກິດ-ສັງຄົມກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ກໍ່ສ້າງຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໃນປີ 2021-2030, ແຜນການພັດທະນາເສດຖະກິດ-ສັງຄົມໃນປີ 2021-2025 ຢ່າງຮີບດ່ວນ. ສະນັ້ນ, ອັນໃດເປັນໜ້າເອົາໃຈໃສ່ໃນຍຸດທະສາດ ແລະແຜນການນີ້, ຂໍຮຽນທ່ານລັດຖະມົນຕີ?

ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ: ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກແມ່ນເຫດການການເມືອງທີ່ສໍາຄັນທີ່ສຸດ, ໃນນັ້ນມີການພິຈາລະນາ ແລະຮັບຮອງເອົາຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ 2021-2030 ແລະແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ 2021-2025 ໃຫ້ອາຍຸການຈະມາເຖິງ.

ພາຍຫຼັງເກືອບ 35 ປີປ່ຽນແປງໃໝ່, ປະເທດເຮົາບັນລຸໄດ້ບັນດາຜົນງານຢ່າງໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ. ທ່ວງທ່າ ແລະກໍາລັງແຮງຂອງປະເທດເຮົາມີຄວາມເຂັ້ມແຂງກວ່າ, ເຮັດໃຫ້ພວກເຮົາມີບັນດາຈິນຕະນາການແຂງກ້າກວ່າ, ແຂງແຮງກວ່າ ເພື່ອນໍາປະເທດພັດທະນາຢ່າງວ່ອງໄວ ແລະຍືນຍົງ. ໃນສະພາບການສາກົນໃໝ່, ດ້ວຍການແກ່ງແຍ້ງຢ່າງຂ້ຽວຂາດກວ່າ, ທ່າອ່ຽງມີການຜັນແປຢ່າງວ່ອງໄວຂອງວິທະຍາສາດ ແລະເຕັກໂນໂລຢີ, ຂອງການປະຕິວັດອຸດສາຫະກໍາ 4.0 ຮຽກຮ້ອງຕ້ອງມີຈິນຕະນາການໃໝ່,  ວິໄສທັດໃໝ່ ແລະນີ້ແມ່ນບັນດາຈຸດທີ່ເປັນໜ້າເອົາໃຈໃສ່ໃນຍຸດທະສາດ, ແຜນການພັດທະນາເສດຖະກິດ-ສັງຄົມໃນຄັ້ງນີ້.

ນັກຂ່າວ: ຂໍສະເໜີໃຫ້ທ່ານລັດຖະມົນຕີ ເວົ້າແຈ້ງກວ່າກ່ຽວກັບຈິນຕະນາການໃໝ່, ວິໄສທັດໃໝ່ທີ່ໄດ້ເຕື້ອງເຖິງໃນຍຸດທະສາດ, ແຜນການພັດທະນາເສດຖະກິດ-ສັງຄົມໃນ ໄລຍະ 2021-2030?

ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ: ກ່ອນອື່ນໝົດ, ຕ້ອງເອົາການ “ພັດທະນາຢ່າງວ່ອງໄວ ແລະຍາວນານໂດຍອີງໃສ່ວິທະຍາຍາດ, ເຕັກໂນໂລຢີ  ແລະການປ່ຽນແປງໃໝ່ປະດິດຄິດສ້າງ; ຕ້ອງເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການປະຕິວັດອຸດສາຫະກໍາ 4.0 ຕິດພັນກັບວິວັດການເຊື່ອມໂຍງເຂົ້າກັບສາກົນ, ປ່ຽນແປງໃໝ່ຈິນຕະນາການ ແລະການກະທໍາ, ກໍາແໜ້ນຢ່າງທັນການ, ຍາດແຍ່ງບັນດາກາລະໂອກາດເພື່ອພັດທະນາຢ່າງມີປະສິດທິຜົນ”. ຕໍ່ໄປແມ່ນ “ເອົາການປັບປຸງ, ຍົກສູງຄຸນນະພາບກົນໄກເສດຖະກິດຕະຫຼາດກໍານົດທິດສັງຄົມນິຍົມໃຫ້ສຳເລັດ,  ຄົບຖ້ວນ, ຄົບຊຸດ, ທັນສະໄໝ, ປະສິດທິຜົນແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອຊຸກຍູ້ການພັດທະນາປະເທດຊາດ”.

ແລະພິເສດ, ຕາມຂ້າພະເຈົ້າແລ້ວແມ່ນເຮັດແນວໃດເພື່ອປຸກລຸກຄວາມມຸ່ງມາດປາດຖະໜາຂອງຊາດ, ເຈດຈໍານົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະເສີມຂະຫຍາຍກໍາລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດເພື່ອສ້າງສາປະເທດຊາດໃຫ້ມີການພັດທະນາ ແລະຈະເລີນຮຸ່ງເຮືອງ; ເສີມຂະຫຍາຍປັດໄຈມະນຸດຈົນສຸດຄວາມສາມາດ, ຖືເອົາຄຸນຄ່າວັດທະນະທໍາ, ຊາວຫວຽດນາມ ເປັນພື້ນຖານ, ເປັນກໍາລັງແຮງພາຍໃນສໍາຄັນເພື່ອຮັບປະກັນການພັດທະນາແບບຍືນຍົງ. ພ້ອມທັງ, ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕ້ອງອີງໃສ່ພື້ນຖານການນໍາໃຊ້ເຕັກໂນໂລຢີຢ່າງຄ່ອງແຄ້ວໄປຄຽງຄູ່ກັບການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງ, ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ຍົກສູງຄວາມທົນທານ ແລະຄວາມສາມາດໃນການຮັບມືຂອງພື້ນຖານເສດຖະກິດ.

ຂໍຂອບໃຈທ່ານລັດຖະມົນຕີ !

ໂດຍ: ເກື່ອງດັ້ງ