ເມື່ອແລກປ່ຽນກັບນັກຂ່າວໜັງສືພິມກອງທັບປະຊາຊົນ, ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ, ກ້າວສູ່ປີ 2020, ທົ່ວຂະແໜງຈະຍູ້ແຮງການສ້າງໂຄງປະກອບຂະແໜງອຸດສາຫະກໍາຄືນໃໝ່ຕາມທິດຍົກສູງປະລິມານທາງດ້ານວິທະຍາສາດເຕັກໂນໂລຢີ; ກໍາແໜ້ນບັນດາໂອກາດທີ່ດີຈາກບັນດາສັນຍາການຄ້າເສລີ (FTA); ພັດທະນາອຸດສາຫະກໍາສໍາຮອງເພື່ອເຂົ້າຮ່ວມສູງກວ່າ, ເລິກກວ່າໃນລະບົບມູນຄ່າທົ່ວໂລກ.

ອຸດສາຫະກໍາປຸງແຕ່ງ, ປະດິດສ້າງສືບຕໍ່ແມ່ນກໍາລັງໜູນເຕີບໂຕຕົ້ນຕໍຂອງພື້ນຖານເສດຖະກິດ

ນັກຂ່າວ: ຂໍຮຽນທ່ານລັດຖະມົນຕີ, ທ່ານສາມາດແບ່ງປັນກ່ຽວກັບໝາກຜົນພົ້ນເດັ່ນຂອງຂະແໜງອຸດສາຫະກໍາ ແລະການຄ້າໃນປີ 2019?

ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ: ດ້ວຍຄວາມຕັດສິນໃຈ, ຄວາມມານະພະຍາຍາມໃນການຊີ້ນໍາບໍລິຫານ, ການເຂົ້າຮ່ວມຂອງທຸກຂັ້ນ, ທຸກຂະແໜງການ, ບັນດາທ້ອງຖິ່ນ, ປະຊາຄົມວິສາຫະກິດ, ຂະແໜງການອຸດສາຫະກໍາ ແລະການຄ້າ ສາມາດບັນລຸໄດ້ ແລະລື່ນກາຍຄາດໝາຍແຜນການສໍາລັບທຸກໆເປົ້າໝາຍ ໂດຍສະພາແຫ່ງຊາດ ແລະລັດຖະບານ ມອບໝາຍໃຫ້ຕັ້ງແຕ່ຕົ້ນປີ 2019 ໃຫ້ສໍາເລັດຜົນ.

leftcenterrightdel
ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ. ພາບ: ດິ່ງຖັ໊ງ. 

ປີ 2019, ຄາດໝາຍການຜະລິດທົ່ວຂະແໜງອຸດສາຫະກໍາ ຄາດວ່າເພີ່ມຂຶ້ນ 9,1%, ລື່ນກາຍຄາດໝາຍແຜນການທີ່ວາງອອກໃນທົ່ວຂະແໜງຕັ້ງແຕ່ຕົ້ນປີ (ເພີ່ມຂຶ້ນ 9%). ຂະແໜງອຸດສາຫະກໍາປຸງແຕ່ງ, ປະດິດສ້າງຮັກສາທ່າເຕີບໂຕ (ຄາດວ່າເພີ່ມຂຶ້ນ 10,5% ເມື່ອທຽບໃສ່ປີ 2018), ສອດຄ່ອງກັບການກໍານົດທິດສ້າງໂຄງປະກອບຄືນໃໝ່ຮູບແບບການເຕີບໂຕຂອງທົ່ວຂະແໜງອຸດສາຫະກໍາ... ຈຸດພົ້ນເດັ່ນອີກຈຸດໜຶ່ງຂອງຂະແໜງອຸດສາຫະກໍາ ແລະການຄ້າໃນປີ 2019 ນັ້ນແມ່ນການສົ່ງອອກລື່ນກາຍຄາດໝາຍແຜນການ ເຊິ່ງສະພາແຫ່ງຊາດ ແລະລັດຖະບານມອບໝາຍໃຫ້.

ລວມຍອດວົງເງິນສົ່ງອອກ-ນໍາເຂົ້າ ບັນລຸລະດັບ 517 ຕື້ໂດລາສະຫະລັດ; ດຸນການຄ້າປີ 2019 ໄດ້ຮັບຮູ້ລະດັບສົ່ງອອກເກີນດຸນບັນລຸສະຖິຕິ (9,94 ຕື້ໂດລາສະຫະລັດ); ໂຄງປະກອບສິນຄ້າສົ່ງອອກສືບຕໍ່ມີການປົວແປງຕາມທິດຕັ້ງໜ້າ, ຫຼຸດປະລິມານສົ່ງອອກດິບ, ເພີ່ມການສົ່ງອອກຜະລິດຕະພັນປຸງແຕ່ງ, ຜະລິດຕະພັນອຸດສາຫະກໍາ...

ນັກຂ່າວ: ປີ 2019 ແມ່ນປີທໍາອິດທີ່ຂະແໜງອຸດສາຫະກໍາປຸງແຕ່ງ, ປະດິດສ້າງຂອງຫວຽດນາມ ສົ່ງອອກເກີນດຸນ. ໝາກຜົນນີ້ມີຄວາມໝາຍສໍາຄັນຄືແນວໃດສໍາລັບຫວຽດນາມ. ຂໍຮຽນທ່ານ?

ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ: ຂະແໜງອຸດສາຫະກໍາປຸງແຕ່ງ, ປະດິດສ້າງຂອງຫວຽດນາມ ພວມກາຍເປັນກໍາລັງໜູນຊັກນໍາການເຕີບໂຕຂອງທົ່ວຂະແໜງອຸດສາຫະກໍາ ແລະເປັນກໍາລັງໜູນເຕີບໂຕຕົ້ນຕໍຂອງພື້ນຖານເສດຖະກິດເມື່ອບັນລຸລະດັບເຕີບໂຕ 10,5% ໂດຍມີຫຼາຍຜະລິດຕະພັນທີ່ມີຄຸນຄ່າສູງໄດ້ຮັບການບໍລິໂພກຢູ່ຕະຫຼາດຕ່າງປະເທດ. ເປັນຄັ້ງທໍາອິດທີ່ຂະແໜງອຸດສາຫະກໍາປຸງແຕ່ງ, ປະດິດສ້າງສົ່ງອອກເກີນດຸນ ເຊິ່ງສະແດງໃຫ້ເຫັນມູນຄ່າເພີ່ມພາຍໃນປະເທດໄດ້ຮັບການຍົກສູງຂຶ້ນ, ກໍາລັງຄວາມສາມາດດ້ານອຸດສາຫະກໍາສໍາຮອງໄດ້ຮັບການປົວແປງ... ຄວາມສາມາດແກ່ງແຍ້ງຂອງບັນດາຜະລິດຕະພັນອຸດສາຫະກໍາຫວຽດນາມ ຄ່ອຍໆໄດ້ຮັບການຍົກສູງຂຶ້ນ ແລະການຫັນປ່ຽນໂຄງປະກອບຢ່າງຕັ້ງໜ້າໄປສູ່ບັນດາຂະແໜງທີ່ມີຄຸນຄ່າສູງກວ່າ.

ຂຸດຄົ້ນບັນດາ FTA ຢ່າງມີປະສິດທິຜົນ, ມຸ່ງໄປເຖິງການສົ່ງອອກບັນລຸ 300 ຕື້ໂດລາສະຫະລັດ

ນັກຂ່າວ: ຂໍຮຽນທ່ານລັດຖະມົນຕີ, ບັນດາ FTA ລຸ້ນໃໝ່ໄດ້ກະທົບໃສ່ຄືແນວໃດສໍາລັບພື້ນຖານເສດຖະກິດຫວຽດນາມ, ໂດຍສະເພາະແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ພາຍຫຼັງໜຶ່ງປີທີ່ມີຜົນສັກສິດ?

ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ: ປີ 2019 ສາມາດເວົ້າໄດ້ວ່າເປັນປີບານພັບໃນວິວັດການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະສາກົນຂອງຫວຽດນາມ ເມື່ອຫວຽດນາມ ຫັນປ່ຽນໄປສູ່ໄລຍະເຊື່ອມໂຍງເຂົ້າກັບເສດຖະກິດສາກົນໃໝ່, ລົງນາມ ແລະເຂົ້າຮ່ວມສອງ FTA ລຸ້ນໃໝ່ຢ່າງເປັນທາງການ. ໂດຍລະອຽດຄື: ນໍາເຂົ້າປະຕິບັດສັນຍາ CPTPP, ລົງນາມສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ (EVFTA) ແລະສັນຍາປົກປ້ອງການລົງທຶນລະຫວ່າງຫວຽດນາມ ແລະສະຫະພາບເອີລົບ (IPA) ຢ່າງເປັນທາງການ.

leftcenterrightdel
ລະບົບການຜະລິດລົດໂອໂຕຂອງບໍລິສັດຜະລິດ ແລະດໍາເນີນທຸລະກິດ VinFast ຈໍາກັດ, ກຸ່ມບໍລິສັດ Vingroup.  ພາບ: ລາຢຸຍ.

ເຖິງວ່າຫາກໍ່ຜັນຂະຫຍາຍໄດ້ໜຶ່ງປີ, ແຕ່ສັນຍາ CPTPP ໄດ້ນໍາມາເຊິ່ງບັນດາຜົນງານທີ່ຕັ້ງໜ້າ, ພົ້ນເດັ່ນຄື: ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດຂອງບັນດາສະມາຊິກທີ່ໄດ້ປະຕິບັດ CPTPP ແມ່ນມີການເຕີບໂຕສູງກວ່າເມື່ອທຽບໃສ່ຊຸມປີກ່ອນ, ສຸມໃສ່ເຂົ້າບັນດາປະເພດສິນຄ້າ ເຊິ່ງຫວຽດນາມ ມີທ່າແຮງສົ່ງອອກ, ຄື: ໂທລະສັບມືຖືປະເພດຕ່າງໆ ແລະເຄື່ອງອາໄຫຼ່; ເຄື່ອງຈັກ, ອຸປະກອນ; ປະເພດສິນໃນນໍ້າ; ເຄື່ອງຕໍ່າແຜ່ນຕັດຫຍິບ. ພິເສດ, ບັນດາຕະຫຼາດໃໝ່ໃນ CPTPP ເຊິ່ງເປັນຄັ້ງທໍາອິດທີ່ມີ FTA ກັບຫວຽດນາມ ນັ້ນແມ່ນ: ການາດາ ແລະເມັກຊິກໂກ ມີລະດັບເຕີບໂຕສອງຕົວເລກພາຍຫຼັງສັນຍາມີຜົນສັກສິດ...

ນັກຂ່າວ: ໃນສະພາບການຄ້າສາກົນ ສືບຕໍ່ມີທ່າອ່ຽງທີ່ປະສົບກັບຄວາມຫຍຸ້ງຍາກ, ປີ 2020, ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ຈະເຮັດຫຍັງແດ່ເພື່ອຮັກສາໄດ້ທ່າສົ່ງອອກເກີນດຸນ ກໍ່ຄືປະຕິບັດສໍາເລັດເປົ້າໝາຍເຕີບໂຕກ່ຽວກັບວົງເງິນສົ່ງອອກໃຫ້ໄດ້ 300 ຕື້ໂດລາສະຫະລັດ, ຂໍຮຽນທ່ານ?

ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ: ຄາດໝາຍການສົ່ງອອກໃຫ້ບັນລຸໄດ້ 300 ຕື້ໂດລາສະຫະລັດໃນປີ 2020 ແມ່ນຕົວເລກທີ່ເຕັມໄປດ້ວຍສິ່ງທ້າທາຍ ແລະແຮງກົດດັນ, ບໍ່ພຽງແຕ່ຮຽກຮ້ອງໃຫ້ກະຊວງອຸດສາຫະກໍາ ແລະການຄ້າເທົ່ານັ້ນ ຫາກຍັງບັນດາກະຊວງ, ຂະແໜງການອື່ນໆທີ່ກ່ຽວຂ້ອງ ກໍ່ຕ້ອງມີບັນດາມາດຕະການທີ່ດີ ແລະຄວາມຕັດສິນໃຈສູງເພື່ອບັນລຸໃຫ້ໄດ້.

ປີ 2020, ພວກຂ້າພະເຈົ້າ ໃຫ້ຂໍ້ສັງເກດວ່າເຖິງວ່າມີຄວາມສະດວກຫຼາຍຢ່າງກໍ່ຕາມແຕ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍຍັງໃຫຍ່ຫຼວງຢູ່. ເສດຖະກິດໂລກຍັງບໍ່ທັນມີສັນຍານດີຂຶ້ນ, ລັດທິອາລັກຂາຍັງຜັນແປສັບສົນ ເຊິ່ງຈະສົ່ງຜົນກະທົບຢ່າງແຮງເຖິງການສົ່ງອອກຂອງຫວຽດນາມ. ພາຍໃນປະເທດ, ສະມັດຕະພາບແຮງງານໃນຫຼາຍຂົງເຂດຍັງຕໍ່າ, ກໍາລັງແກ່ງແຍ້ງຂອງຜະລິດຕະພັນອຸດສາຫະກໍາຈໍານວນໜຶ່ງຍັງຈໍາກັດ. ສິ່ງນີ້ຮຽກຮ້ອງໃຫ້ທົ່ວຂະແໜງອຸດສາຫະກໍາ ແລະການຄ້າບໍ່ພຽງແຕ່ມານະພະຍາຍາມ, ມີຄວາມຕັດສິນໃຈສູງເທົ່ານັ້ນ ຫາກຍັງຕ້ອງປະດິດຄິດສ້າງກວ່າ, ປ່ຽນແປງໃໝ່ກວ່າ, ຮີບເຮັ່ງ, ຂ້ຽວຂາດ ແລະມີຄວາມຮັບຜິດຊອບອີກດ້ວຍເພື່ອປະຕິບັດສໍາເລັດບັນດາເປົ້າໝາຍແຜນການ ເຊິ່ງລັດຖະບານ ແລະນາຍົກລັດຖະມົນຕີ ມອບໝາຍໃຫ້.

ທົ່ວຂະແໜງອຸດສາຫະກໍາ ແລະການຄ້າຈະສຸມໃສ່ເຂົ້າບັນດາມາດຕະການເພື່ອຊຸກຍູ້ການສົ່ງອອກຕາມທິດຍືນຍົງ, ຍົກສູງຄຸນນະພາບ, ປະສິດທິພາບ ແລະລັກສະນະລະບຽບຫຼວງຂອງການເຄື່ອນໄຫວສົ່ງອອກ, ສືບຕໍ່ຫັນຕະຫຼາດສົ່ງອອກໃຫ້ມີສີສັນ ຫຼາກຫຼາຍ, ສ້າງການເຊື່ອມຕໍ່ທີ່ດີກວ່າລະຫວ່າງການຜະລິດກະສິກໍາ ແລະຕະຫຼາດ. ຄຽງຂ້າງນັ້ນ, ພວກຂ້າພະເຈົ້າກໍ່ຈະສຸມໃສ່ພັດທະນາຕະຫຼາດພາຍໃນ, ກະຕຸກຊຸກຍູ້ຄວາມຕ້ອງການພາຍໃນ, ພັດທະນາການຄ້າເອເລັກໂຕນິກຢ່າງແຮງ ແລະມີຄວາມສະໜິດຕິດພັນລະຫວ່າງການຄ້າເອເລັກໂຕນິກກັບບັນດາຮູບແບບການເຄື່ອນໄຫວການຄ້າປົກກະຕິ... ສຸມໃສ່ຍົກສູງກໍາລັງຄວາມສາມາດເຊື່ອມໂຍງເຂົ້າກັບສາກົນຜ່ານການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ແລະຍົກສູງຄວາມຮັບຮູ້ໃນທົ່ວສັງຄົມ. ປະຕິບັດບົດບາດປະທານອາຊຽນ 2020 ໃຫ້ເປັນຢ່າງດີເພື່ອຍົກສູງຖານະບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມ ໃນເວທີສາກົນກວ່າອີກ, ສຸມໃສ່ປະຕິບັດສໍາເລັດການໃຫ້ສັດຕະຍາບັນສັນຍາ EVFTA, ສັນຍາ IPA ແລະມີລາຍການໜູນຊ່ວຍບັນດາວິສາຫະກິດກໍາໄດ້ກາລະໂອກາດ ໂດຍສັນຍາເຫຼົ່ານີ້ສ້າງຂຶ້ນ.

ຂໍຂອບໃຈ!

ໂດຍ: ໄຊຊະນະ