ກອງປະຊຸມສໍາມະນາໄດ້ດໍາເນີນໃນລະຫວ່າງວັນທີ 17-19 ມັງກອນ ໂດຍກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ສົມທົບກັບເວທີປາໄສຮ່ວມມື ຍີ່ປຸ່ນ-ອາຊຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ຫົວຄິດປະດິດສ້າງ ແລະຄະນະກຳມະການດ້ານວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ຫົວຄິດປະດິດສ້າງອາຊຽນ (ອາຊຽນ COSTI) ຈັດຕັ້ງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: qdnd.vn.

ການຈັດຕັ້ງກອງປະຊຸມສໍາມະນາແມ່ນເພື່ອແນໃສ່ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຫວຽດນາມ ໃນບົດບາດເປັນປະທານອາຊຽນ 2020 ແລະປະເທດປະສານງານການພົວພັນລະຫວ່າງ ອາຊຽນ-ຍີ່ປຸ່ນ ອາຍຸການ 2018-2021, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື ອາຊຽນ-ຍີ່ປຸ່ນ, ພ້ອມທັງແມ່ນກາລະໂອກາດໂຄສະນາເຜີຍແຜ່ຮູບພາບປະເທດ ແລະຊາວຫວຽດນາມ.

ກອງປະຊຸມສໍາມະນາໄດ້ສຸມໃສ່ເຂົ້າໃນການຊຸກຍູ້ບົດບາດຄວາມສາມາດບົ່ມຊ້ອນຂອງ ຍີ່ປຸ່ນ ໃນການຍູ້ແຮງການຮ່ວມມືຄົ້ນຄວ້າ ແລະກໍ່ສ້າງແນໃສ່ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດໃນພາກພື້ນອາຊຽນ; ເພີ່ມທະວີຄວາມໝັ້ນຄົງດ້ານພະລັງງານຜ່ານບັນດາເຕັກໂນໂລຢີແບບຍືນຍົງ; ຊຸກຍູ້ການຕິດພັນລະຫວ່າງວິທະຍາສາດ ແລະນະໂຍບາຍກ່ຽວກັບວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ຫົວຄິດປະດິດສ້າງ.

ໂດຍ: ເຈິ່ນຮວ່ຽນ