ກອງປະຊຸມສໍາມະນາໄດ້ດຶງດູດຜູ້ແທນ 300 ທ່ານທີ່ມາຈາກບັນດາວິສາຫະກິດ logistics, ຜະລິດດໍາເນີນທຸລະກິດ, ຜູ້ຕາງໜ້າອົງການຄຸ້ມຄອງລັດ; ສະມາຄົມວິສາຫະກິດທ້ອງຖິ່ນ, ສູນສົ່ງເສີມການຄ້າ... ເຂົ້າຮ່ວມການປຶກສາຫາລື.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: baotintuc.vn.

ຂໍ້ມູນທີ່ກອງປະຊຸມສໍາມະນາໄດ້ຊີ້ໃຫ້ເຫັນວ່າ, ສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ໄດ້ລົງນາມແຕ່ວັນທີ 30 ມິຖຸນາ 2019, ພວມຢູ່ໃນວິວັດການໃຫ້ສັດຕະຍາບັນພາຍໃນເພື່ອມີຜົນສັກສິດຢ່າງເປັນທາງການ. ການບໍລິການ logistics, ຄື: ການຂົນສົ່ງ, ໜູນຊ່ວຍການຂົນສົ່ງ... ແມ່ນບັນດາການບໍລິການທີ່ມີຄໍາໝັ້ນສັນຍາເປັນໜ້າເອົາໃຈໃສ່, ຕາມທິດເປີດປະຕູຢ່າງແຮງກວ່າເມື່ອທຽບໃສ່ອົງການການຄ້າໂລກ (WTO). EVFTA ຈະຊ່ວຍເພີ່ມຄວາມຕ້ອງການນໍາໃຊ້ການບໍລິການ logistics, ມີຜົນກະທົບຫຼາຍພໍສົມຄວນເຖິງແງ່ຫວັງຕະຫຼາດ ແລະຂະແໜງ logistics ຫວຽດນາມ, ສ້າງເງື່ອນໄຂໃຫ້ສິນຄ້າຫວຽດນາມ ໄດ້ສຳຜັດກັບຕະຫຼາດອີຢູ ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຫຼາຍຢ່າງດ້ວຍພົນລະເມືອງ 512 ລ້ານຄົນ.

ໂດຍ: ຄໍາແພງ