ກຳລັງບົ່ມຊ້ອນດ້ານເສດຖະກິດຂອງວິສາຫະກິດຫວຽດນາມ ໄດ້ຮັບການປັບປຸງ

ທີ່ກອງປະຊຸມ,  ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ໄດ້ລາຍງານໂດຍສັງເຂບບັນດາຈຸດພົ້ນເດັ່ນສຳຄັນຂອງວິສາຫະກິດໃນໄລຍະຜ່ານມາ. ລາຍລະອຽດແມ່ນ, ຈຳນວນວິສາຫະກິດສ້າງຕັ້ງໃໝ່ເພີ່ມຂຶ້ນສູງຢ່າງຕໍ່ເນື່ອງໃນໄລຍະ 5 ປີຜ່ານມາ, ສະເລ່ຍແຕ່ລະປີມີວິສາຫະກິດກວ່າ 126.000 ແຫ່ງໄດ້ຮັບການສ້າງຕັ້ງໃໝ່, ເພີ່ມຂຶ້ນທົບ 1,6 ເທົ່າເມື່ອທຽບໃສ່ໄລຍະ 2011-2015, ຍົກຍອດຈໍານວນວິສາຫະກິດພວມເຄື່ອນໄຫວຂຶ້ນປະມານ 760.000 ແຫ່ງ. ສິ່ງນີ້ສະແດງໃຫ້ເຫັນວ່າ, ຖານະບົດບາດ ແລະກຳລັງບົ່ມຊ້ອນດ້ານເສດຖະກິດຂອງບັນດາວິສາຫະກິດຫວຽດນາມ ພວມໄດ້ຮັບການປັບປຸງພໍສົມຄວນ. ສິ່ງເປັນໜ້າສົນໃຈ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມມຸ່ງມາດປາດຖະໜາຂອງບັນດາວິສາຫະກິດ ແລະນັກລົງທຶນໄດ້ມີລະດັບເພີ່ມຂຶ້ນພໍສົມຄວນ, ໃນນັ້ນ, 76% ຍອດຈໍານວນວິສາຫະກິດມີແຜນການເພີ່ມທຶນ, ເປີດກວ້າງຕະຫຼາດໃນປີ 2020…

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ຫວູຢູງ.

ວິສາຫະກິດສືບຕໍ່ປາດຖະໜາວ່າສະພາບແວດລ້ອມແຫ່ງການດຳເນີນທຸລະກິດມີຄວາມກະຈ່າງແຈ້ງ, ສະເໝີພາບ

ສະເໜີແນະຕໍ່ນາຍົກລັດຖະມົນຕີ ແລະບັນດາສະມາຊິກຂອງລັດຖະບານ, ວິສາຫະກິດສືບຕໍ່ປາດຖະໜາວ່າ ລັດ ແລະລັດຖະບານ ຄວນສ້າງສະພາບແວດລ້ອມແຫ່ງການແກ່ງແຍ້ງຢ່າງກະຈ່າງແຈ້ງ ແລະສະເໝີພາບໃຫ້ທຸກຮູບການວິສາຫະກິດ; ຫຼຸດຜ່ອນພາສີິ-ຄ່າທຳນຽມ; ຍູ້ໄວການຫັນປ່ຽນດີຈີຕອນແຫ່ງຊາດ; ຍູ້ແຮງການຮ່ວມສຳພັນລະຫວ່າງຂະແໜງ... ພ້ອມກັນນັ້ນ, ບຸລິມະສິດສຸມໃສ່ແຫຼ່ງກຳລັງໃຫ້ບັນດາຂົງເຂດທີ່ສາມາດສ້າງການຫັນປ່ຽນ ແລະປ່ຽນແປງໃຫຍ່, ແກ້ໄຂຂໍ້ຕິດຂັດຄື: ການວາງແຜນຜັງ ແລະການຄຸ້ມຄອງທີ່ດິນ, ພະລັງງານ, ການກໍ່ສ້າງ, ຄົມມະນາຄົມ...

ເນັ້ນໜັກເຖິງເປົ້າໝາຍພັດທະນາແບບຍືນຍົງ, ທ່ານ ເລຕ໊ຽນເຈື່ອງ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບຫວຽດນາມ ປາດຖະໜາວ່າ ລັດຖະບານ ຄວນມີນະໂຍບາຍໜູນຊ່ວຍບັນດາວິສາຫະກິດລົງທຶນຕາມທິດຜະລິດສະອາດ, ປົກປັກຮັກສາສິ່ງແວດລ້ອມ, ຄື: ຫຼຸດຜ່ອນອາກອນລາຍຮັບວິສາຫະກິດ ຫຼື ບໍ່ເກັບພາສີິມູນຄ່າເພີ່ມສຳລັບການລົງທຶນຕາມທິດສີຂຽວ, ປ່ຽນແປງໃໝ່ວິສາຫະກິດ. ພິເສດ, ລັດຖະບານຕ້ອງວາງແຜນຜັງ 10 ເຂດອຸດສາຫະກຳຕ່ຳແຜ່ນຕັດຫຍິບດ້ວຍຂອບຂະໜາດ 300-500 ເຮັກຕາ/ເຂດ ທີ່ມີການລົງທຶນກໍ່ສ້າງພື້ນຖານໂຄງລ່າງກ່ຽວກັບການແກ້ໄຂສະພາບແວດລ້ອມຢ່າງຄົບຖ້ວນເພື່ອໃຫ້ບັນດາວິສາຫະກິດລົງທຶນຜະລິດ. ທ່ານ ຫວູຕ໊ຽນໂລກ ປະທານຫ້ອງການການຄ້າ ແລະອຸດສາຫະກຳຫວຽດນາມ (VCCI) ໃຫ້ຮູ້ວ່າ ຫວຽດນາມ ພວມຕັດສິນໃຈ “ພັດທະນາເສດຖະກິດໄວ ແລະຍືນຍົງ” ເພື່ອຮັດແຄບຊ່ອງຫວ່າງພັດທະນາເມື່ອທຽບໃສ່ບັນດາປະເທດຢູ່ພາກພື້ນ ແລະໃນໂລກ. ຕາມນັ້ນແລ້ວ, ຕ້ອງກວດກາຄືນຂອບນິຕິກຳຂອງບັນດາຂໍ້ກຳນົດ ແລະກົດໝາຍຕ່າງໆ ເພື່ອໜູນຊ່ວຍວິສາຫະກິດປະຕິບັດເສດຖະກິດໝູນວຽນ; ມີນະໂຍບາຍສົ່ງເສີມແນວຄວາມຄິດດຳເນີນທຸລະກິດຢ່າງມີຫົວຄິດປະດິດສ້າງ ແລະໝູນໃຊ້ວິທະຍາສາດເຕັກໂນໂລຢີ...

ວິສາຫະກິດແມ່ນກຳລັງສຳຄັນທີ່ສຸດເພື່ອພັດທະນາເສດຖະກິດ

ກ່າວຄຳເຫັນທີ່ກອງປະຊຸມ, ເມື່ອສະຫຼຸບບັນດາຜົນງານເສດຖະກິດ-ສັງຄົມປີ 2019, ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ລະດັບການເຕີບໂຕປີ 2019 ແມ່ນກວ່າ 7%, ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕດີທີ່ສຸດໃນທົ່ວໂລກ. ສະພາບແວດລ້ອມດຳເນີນທຸລະກິດໝັ້ນຄົງໜັກແໜ້ນດ້ວຍໄພເງິນເຟີ້ໃນລະດັບຕ່ຳ. ຫວຽດນາມ ບັນລຸໄດ້ເປົ້າໝາຍນຳເຂົ້າສົ່ງອອກປະມານ 517 ຕື້ໂດລາສະຫະລັດ. ໃນນັ້ນ, ປະກອບສ່ວນເຂົ້າຜົນສຳເລັດເສດຖະກິດ-ສັງຄົມປີ 2019 ກໍຄືໃນກວ່າ 3 ທົດສະວັດແຫ່ງການປ່ຽນແປງໃໝ່ມີບົດບາດສຳຄັນຂອງປະຊາຄົມວິສາຫະກິດ ແລະນັກທຸລະກິດຫວຽດນາມ. ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ “ວິສາຫະກິດແມ່ນກຳລັງສຳຄັນທີ່ສຸດເພື່ອພັດທະນາເສດຖະກິດ ແລະກຳລັງນຳໜ້າທີ່ນຳວິທະຍາສາດເຕັກໂນໂລຢີເຂົ້າຊີວິດການເປັນຢູ່. ປະເທດຈະບໍ່ເຂັ້ມແຂງແຮງກ້າຖ້າບໍ່ມີວິສາຫະກິດເຂັ້ມແຂງ, ບໍ່ມີພື້ນຖານເສດຖະກິດໃຫຍ່ຖ້າບໍ່ມີເຄື່ອງໝາຍການຄ້າທີ່ມີຊື່ສຽງ, ບໍ່ມີວິສາຫະກິດຂະໜາດໃຫຍ່ຖ້າຂາດບຸກຄົນທີ່ດີເດັ່ນ”.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະບັນດາຮອງນາຍົກລັດຖະມົນຕີ ຢ້ຽມຊົມຮ້ານວາງສະແດງສິນຄ້າຂອງກຸ່ມບໍລິສັດ TH. ພາບ: ກວາງຫ໊ຽວ.

ເຕື້ອງເຖິງບັນດາມາດຕະການຊຸກຍູ້ການພັດທະນາຂອງວິສາຫະກິດ, ທ່ານ ຫງວຽນຊວນຟຸກ ຮຽກຮ້ອງແຕ່ລະກະຊວງ, ຂະແໜງການຕ້ອງສ້າງແຜນການດຳເນີນງານ ເພື່ອແນໃສ່ປະຕິບັດບັນດາຄຳໝັ້ນສັນຍາໜູນຊ່ວຍປະຊາຄົມວິສາຫະກິດໃນປີ 2020, ວິໄສທັດ 2025; ສືບຕໍ່ມີບັນດານະໂຍບາຍດີກວ່າເພື່ອໃຫ້ວິສາຫະກິດພາກເອກະຊົນເຂົ້າຮ່ວມບັນດາຂົງເຂດ, ບັນດາຂະແໜງເຊິ່ງກ່ອນນີ້ພຽງແຕ່ມີລັດວິສາຫະກິດຮັບຜິດຊອບເທົ່ານັ້ນ.

ເມື່ອເຕື້ອງເຖິງບັນດາໜ້າທີ່ລະອຽດ, ທ່ານ ຫງວຽນຊວນຟຸກ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ປະຕິບັດການປັບປຸງສະພາບແວດລ້ອມການລົງທຶນດຳເນີນທຸລະກິດ. ຕ້ານການຈຳແນກການປະພຶດລະຫວ່າງເສດຖະກິດພາຍໃນປະເທດ ແລະຕ່າງປະເທດ, ເສດຖະກິດພາກລັດກັບເອກະຊົນ, ວິສາຫະກິດຂະໜາດໃຫຍ່ກັບຂະໜາດໜ້ອຍ... ເນັ້ນໜັກເຖິງໜ້າທີ່ຕ້ອງຮັບປະກັນວ່າຄຳຄິດເຫັນທັງໝົດຂອງວິສາຫະກິດລ້ວນແຕ່ຕ້ອງໄດ້ຮັບຟັງ ແລະເຄົາລົບ. ສ້າງເງື່ອນໄຂໃຫ້ວິສາຫະກິດພັດທະນາ, ແຕ່ທ່ານ ຫງວຽນຊວນຟຸກ ກໍໃສ່ໃຈວ່າ, ວິສາຫະກິດຕ້ອງເຄົາລົບກົດໝາຍ, ຕ້ອງປະຕິບັດບັນດາບັນທັດຖານດຳເນີນທຸລະກິດທີ່ກ້າວໜ້າ, ປະຕິບັດບັນດາພັນທະການເງິນແບບບັງຄັບ, ຮັບປະກັນບັນດາສິດ ແລະຜົນປະໂຫຍດຂອງຜູ້ອອກແຮງງານຢ່າງຄົບຖ້ວນ. ປົກປ້ອງ, ຮັກສາເຄື່ອງໝາຍການຄ້າ, ອິດທິພົນຊື່ສຽງຂອງປະເທດຊາດ.  ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ບັນດາວິສາຫະກິດຫວຽດນາມ ຕ້ອງຍົກສູງຈິດໃຈສາມັກຄີ, ປະສານສົມທົບ ແລະສົ່ງເສີມການເປັນເຈົ້າການໃນການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະກັນໃນຕະຫຼາດການຄ້າ, ເສີມຂະຫຍາຍຈິດໃຈຮັກຊາດ, ສະໜິດຕິດພັນກັນເມື່ອປະສົບຄວາມຫຍຸ້ງຍາກ ແລະພ້ອມກັນບືນຕົວອອກທະເລໃຫຍ່.

ຕາມທ່ານນາຍົກລັດຖະມົນຕີ, ໃນການເຕີບໃຫຍ່ເຂັ້ມແຂງຂອງວິສາຫະກິດ, ບົດບາດຂອງລັດແມ່ນຂາດບໍ່ໄດ້, ກົງກັນຂ້າມ, ການອ່ອນດ້ອຍຂອງວິສາຫະກິດ ແມ່ນມີສ່ວນຮັບຜິດຊອບຂອງລັດຢ່າງແນ່ນອນ. ດ້ວຍຈິດໃຈຮ່ວມເດີນທາງພ້ອມກັບວິສາຫະກິດ, ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ, ລັດຖະບານສ້າງສັນພັດທະນາ ຈະຕ້ອງຊອກຫາທຸກວິທີທາງເພື່ອຫຼຸດຜ່ອນລະດັບຄວາມສ່ຽງ ແລະຄ່າໃຊ້ຈ່າຍໃຫ້ວິສາຫະກິດ, ພິເສດແມ່ນຄວາມສ່ຽງຍ້ອນລະບອບລະບຽບການ, ນະໂຍບາຍ ແລະການກຸກກວນໂດຍກົງຈັກບໍລິຫານກໍ່ຂຶ້ນ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ປະຊາຄົມວິສາຫະກິດເຕີບໃຫຍ່ເຂັ້ມແຂງ, ຍືນຍົງມີຄວາມສາມາດແກ່ງແຍ້ງໃນທົ່ວໂລກ, ດ້ວຍບັນດານັກທຸລະກິດຫວຽດນາມ ທີ່ມີຄວາມມຸ່ງຫວັງ, ມີນ້ຳໃຈເຊີດຊູຊາດຕົນເອງນັ້ນ, ແມ່ນບັນດາປັດໄຈສຳຄັນເພື່ອເຮັດໃຫ້ຫວຽດນາມ ກາຍເປັນປະເທດເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະວັດທະນະຖາວອນໃນປີ 2045.

ໂດຍ: ແສງເດືອນ