ທີ່ການຕ້ອນຮັບ, ທ່ານ ດັ້ງຮວ່າງອານ ໃຫ້ຮູ້ວ່າ, ການພົວພັນຫວຽດນາມ-ລາວ ພວມພັດທະນາຢ່າງຕັ້ງໜ້າໃນບັນດາຂົງເຂດ, ເປັນຕົ້ນແມ່ນດ້ານເສດຖະກິດ, ການຄ້າ. ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານ, ຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການສອງຝ່າຍ, ປີ 2019, ວົງເງິນການຄ້າຫວຽດນາມ-ລາວ ໄດ້ມີບາດກ້າວພັດທະນາໃໝ່.

ຕົວເລກຈາກກົມຕະຫຼາດອາຊີ-ອາຟະລິກາ ໃຫ້ຮູ້ວ່າ, 11 ເດືອນຕົ້ນປີ 2019, ວົງເງິນການຄ້າຫວຽດນາມ-ລາວ ບັນລຸໄດ້ 1.038,4 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 12,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ດ້ວຍລະດັບເຕີບໂຕໃນປະຈຸບັນ, ຄາດວ່າທັງປີ 2019 ຈະບັນລຸໄດ້ປະມານ 1.132 ລ້ານໂດລາສະຫະລັດ, ເພີ່ມຂຶ້ນກວ່າ 10% ແລະສໍາເລັດເປົ້າໝາຍເຕີບໂຕ 15% ໂດຍການນໍາຂັ້ນສູງສອງປະເທດ ວາງອອກໃນກອງປະຊຸມຄັ້ງທີ 41 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ.

ດ້ວຍໝາກຜົນດັ່ງກ່າວ, ທ່ານ ດັ້ງຮວ່າງອານ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ ເພື່ອຊຸກຍູ້ວົງເງິນການຄ້າຫວຽດນາມ-ລາວ ໃຫ້ພັດທະນາ, ໜຶ່ງໃນບັນດາບັນຫາທີ່ສອງຝ່າຍຄວນເອົາໃຈໃສ່ນັ້ນແມ່ນຕ້ອງແກ້ໄຂສິ່ງທີ່ຍັງຕິດຂັດໃນຂອດຂົນສົ່ງ, ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນສິນຄ້າສອງສົ້ນ ແລະສືບຕໍ່ຍູ້ແຮງການຮ່ວມມືດ້ານພະລັງງານກວ່າອີກ.

leftcenterrightdel
ທ່ານ ດັ້ງຮວ່າງອານ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ຕ້ອນຮັບທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າລາວ. ພາບ: congthuong.vn.

ທີ່ການຕ້ອນຮັບ, ທ່ານ ສົມຈິດ ອິນທະມິດ ເນັ້ນໜັກວ່າ, ດ້ວຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງກ່ຽວກັບການຮ່ວມມືດ້ານການຄ້າສອງຝ່າຍ, ກະຊວງອຸດສາຫະກໍາ ແລະການຄ້າລາວ ກໍ່ພວມມານະພະຍາຍາມສ້າງເງື່ອນໄຂເພື່ອເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືດ້ານການຄ້າຊາຍແດນ; ຍູ້ໄວຄວາມຄືບໜ້າໃນການປະຕິບັດໂຄງການຂົນສົ່ງ, ແລກປ່ຽນສິນຄ້າ,  ໃນນັ້ນມີໂຄງການສາຍທາງດ່ວນຮ່າໂນ້ຍ-ວຽງຈັນ...

ທ່ານ ສົມຈິດ ອິນທະມິດ ໃຫ້ຮູ້ຕື່ມອີກວ່າ, ປະຈຸບັນຝ່າຍລາວ ພວມເອົາໃຈໃສ່ ແລະປາດຖະໜາຢາກໄດ້ຮັບການແບ່ງປັນກ່ຽວກັບການຄຸ້ມຄອງ, ກົງຈັກການຈັດຕັ້ງກໍາລັງຄຸ້ມຄອງຕະຫຼາດ, ແນໃສ່ຖອດຖອນບົດຮຽນເພື່ອສ້າງກໍາລັງຄຸ້ມຄອງຕະຫຼາດລາວ ໃຫ້ມີຄຸນນະພາບ, ສອດຄ່ອງກັບສະພາບການໃໝ່; ສ້າງພື້ນຖານເພື່ອເປັນເສນາທິການໃຫ້ລັດຖະບານລາວ ສ້າງ, ປະກາດໃຊ້ປະມວນກົດໝາຍວ່າດ້ວຍການຄຸ້ມຄອງຕະຫຼາດ...

ໂດຍ: ທະນາພອນ