ກອງປະຊຸມໄດ້ປຶກສາຫາລື, ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມືແຫຼ່ງຊັບພະຍາກອນນໍ້າ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ; ຮັບຮອງເອົາຖະແຫຼງການຮ່ວມ ແລະບັນຊີລາຍຊື່ສະເໜີບັນດາໂຄງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ...

ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາປະເທດຢັ້ງຢືນວ່າ ການຮ່ວມມືແຫຼ່ງຊັບພະຍາກອນນໍ້າ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນໄລຍະຈະມາເຖິງຈະສືບຕໍ່ຕິດພັນກັບຫົວຂໍ້ “ພ້ອມກັນແບ່ງປັນລຳແມ່ນ້ຳ, ພ້ອມກັນແບ່ງປັນອະນາຄົດ”; ສົມທົບກັນຢ່າງແໜ້ນແຟ້ນໃນບັນດາການກະທໍາລວມ ເພື່ອແນໃສ່ປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງ; ມານະພະຍາຍາມໜູນຊ່ວຍປະຕິບັດແຜນການກະທໍາ 5 ປີແຫ່ງການຮ່ວມມືແຫຼ່ງຊັບພະຍາກອນນໍ້າ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (2018 - 2022)...

leftcenterrightdel
ຄະນະຜູ້ແທນຫວຽດນາມ ໂດຍທ່ານ ເລກົງແທັ່ງ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ ເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ. ພາບ: nhandan.com.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເລກົງແທັ່ງ ຕີລາຄາສູງບັນດາຜົນງານຂອງການຮ່ວມມືແຫຼ່ງຊັບພະຍາກອນນໍ້າ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະຢັ້ງຢືນວ່າການເຂົ້າຮ່ວມຢ່າງຕັ້ງໜ້າ ແລະການປະກອບສ່ວນຢ່າງມີປະສິດທິຜົນຂອງຫວຽດນາມ ໃນກົນໄກຮ່ວມມືດັ່ງກ່າວ ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ກວ່າອີກ ເພື່ອຜົນປະໂຫຍດລວມຂອງທຸກໆປະເທດ ແຄມແມ່ນໍ້າ.

leftcenterrightdel
ຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມ. ພາບ: nhandan.com.vn

ຫວຽດນາມ ສະເໜີບັນດາປະເທດເພີ່ມທະວີ ແລະເປີດກວ້າງບັນດາຂົງເຂດຮ່ວມມື, ລວມທັງການແບ່ງປັນຂໍ້ມູນຂ່າວສານ, ຕົວເລກ, ບົດຮຽນໃນການຄຸ້ມຄອງ ແລະແລກປ່ຽນວິທະຍາສາດ-ເຕັກນິກ; ເພີ່ມທະວີການທາບທາມຄໍາເຫັນ, ການເຈລະຈາໃນການສ້າງນະໂຍບາຍ, ແຜນການ, ວາງແຜນຜັງຂຸດຄົ້ນ, ນໍາໃຊ້ແຫຼ່ງຊັບພະຍາກອນນໍ້າຢ່າງເໝາະສົມ ເພື່ອຜົນປະໂຫຍດລວມຂອງທຸກໆປະເທດໃນຍ່ານລຸ່ມ, ກ້າວໄປເຖິງການສ້າງຍຸດທະສາດລວມກ່ຽວກັບການຄຸ້ມຄອງແຫຼ່ງຊັບພະຍາກອນນໍ້າໃຫ້ຍ່ານລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ...

ສິ້ນສຸດກອງປະຊຸມ, ຜູ້ຕາງໜ້າ 6 ປະເທດໄດ້ຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຮ່ວມມືແຫຼ່ງຊັບພະຍາກອນນໍ້າແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະເຫັນດີເປັນເອກະພາບຈັດຕັ້ງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຮ່ວມມືແຫຼ່ງຊັບພະຍາກອນນໍ້າ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເປັນປະຈໍາ ແລະໝູນວຽນ.

ໂດຍ: ທະນາພອນ