ນີ້ແມ່ນກິດຈະກໍາເພື່ອແນໃສ່ເພີ່ມທະວີສາຍພົວພັນສາມັກຄີແບບພິເສດ, ນໍ້າໃຈມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສາມປະເທດຫວຽດນາມ-ລາວ-ກໍາປູເຈຍ ໃນການຜະລິດກະສິກໍາ ແລະຈຳໜ່າຍຜະລິດຕະພັນກະເສດ; ກໍາແໜ້ນຄວາມຕ້ອງການກ່ຽວກັບເປີດກວ້າງການຜະລິດ ແລະຕະຫຼາດຈຳໜ່າຍ, ຊຸກຍູ້ບັນດາກາລະໂອກາດຮ່ວມມື, ຮ່ວມສໍາພັນໃນການຜະລິດ, ສົ່ງອອກຜະລິດຕະພັນກະເສດລະຫວ່າງສາມປະເທດ...

leftcenterrightdel
ແຂກຢ້ຽມຊົມງານຕະຫຼາດນັດຜະລິດຕະພັນກະເສດປອດສານພິດສາມປະເທດຫວຽດນາມ-ລາວ-ກໍາປູເຈຍ. ພາບ: qdnd.vn.

ໂດຍໄດ້ຈັດຕັ້ງແຕ່ວັນທີ 30 ພະຈິກຫາວັນທີ 2 ທັນວາ, ລາຍການຈະມີກິດຈະກໍາທີ່ມີຄວາມໝາຍຫຼາຍຢ່າງ, ຄື: “ງານຕະຫຼາດນັດຜະລິດຕະພັນກະເສດປອດສານພິດ” ດ້ວຍຮ້ານວາງຂາຍສິນຄ້າປະມານ 225 ຮ້ານ, ໃນນັ້ນມີ 25 ຮ້ານວາງຂາຍສິນຄ້າຂອງປະເທດເພື່ອນມິດລາວ ແລະກໍາປູເຈຍ, 200 ຮ້ານວາງຂາຍສິນຄ້າຂອງຫວຽດນາມ; ກອງປະຊຸມສໍາມະນາແບ່ງປັນບົດຮຽນກ່ຽວກັບການພັດທະນາກະສິກໍາ, ຊາວກະສິກອນ, ຊົນນະບົດຂອງສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ; ໄປທັດສະນະສຶກສາບັນດາຮູບແບບກະສິກໍາເຕັກໂນໂລຢີສູງຢູ່ດ່າລາດ; ພິທີລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືໜູນຊ່ວຍການໝູນໃຊ້ເຕັກໂນໂລຢີສູງເຂົ້າໃນລະບົບຄວາມປອດໄພດ້ານສະບຽງອາຫານ ແລະຮັບຈຳໜ່າຍຜະລິດຕະພັນກະເສດ.

ໂດຍ: ທະນາພອນ