leftcenterrightdel
ບັນດາຜູ້ແທນ, ແຂກຖືກເຊີນຖ່າຍຮູບເປັນທີ່ລະນຶກ. ພາບ: vovworld.vn.

ພິທີເປີດຕົວສະມາຄົມວິສາຫະກິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ຕຸລາ ທີ່ຮ່າໂນ້ຍ. ສະຫະສະມາຄົມວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ຈະໜູນຊ່ວຍ, ສົມທົບກັນສ້າງກົນໄກນະໂຍບາຍທີ່ກ່ຽວຂ້ອງເຖິງວິສາຫະກິດວິທະຍາສາດ ແລະເຕັກໂນໂລຢີ; ຈັດຕັ້ງບັນດາກອງປະຊຸມ, ກອງປະຊຸມສໍາມະນາ, ງານວາງສະແດງ, ການໂອ້ລົມສົນທະນາ... ລະຫວ່າງບັນດາສະມາຊິກຂອງສະຫະສະມາຄົມວິສາຫະກິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ກັບກະຊວງວິທະສາຍາດ ແລະເຕັກໂນໂລຢີ ພ້ອມກັບບັນດາອົງການຄຸ້ມຄອງລັດ ແລະບັນດາອົງການຈັດຕັ້ງສັງຄົມວິຊາຊີບອື່ນທີ່ກ່ຽວຂ້ອງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມໃຫຍ່ສະມາຄົມວິສາຫະກິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ. ພາບ: vovworld.vn.

ກ່າວຄໍາເຫັນທີ່ພິທີເປີດຕົວ, ທ່ານ ຟານຊວນຢຸ້ງ ປະທານກໍາມາທິການວິທະຍາສາດເຕັກໂນໂລຢີ ແລະສິ່ງແວດລ້ອມຂອງສະພາແຫ່ງຊາດ, ເນັ້ນໜັກວ່າ: “ພັກ, ລັດຫວຽດນາມ ຍາມໃດກໍຖືເປັນສໍາຄັນວິທະຍາສາດເຕັກໂນໂລຢີ, ຖືວິທະຍາສາດເຕັກໂນໂລຢີພ້ອມກັບການສຶກສາ ແລະກໍ່ສ້າງແມ່ນລັດຖະນະໂຍບາຍແຖວໜ້າ; ຖືການພັດທະນາວິທະຍາສາດເຕັກໂນໂລຢີ ເປັນກໍາລັງໜູນໃນການພັດທະນາເສດຖະກິດ, ສັງຄົມ. ຂ້າພະເຈົ້າ ເຊື່ອໝັ້ນວ່າສະຫະສະມາຄົມວິສາຫະກິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ຈະເປັນຂົວຕໍ່ທີ່ດີ ແລະນັບມື້ນັບພັດທະນາບົດບາດຂອງຕົນເພື່ອນຳວິທະຍາ ສາດເຕັກໂນໂລຢີເຂົ້າສູ່ຊີວິດການເປັນຢູ່, ເພື່ອໃຫ້ຫວຽດນາມ ທຽບເທົ່າກັບບັນດາປະເທດມະຫາອໍານາດຢູ່ 5 ທະວີບ ຄື: ດັ່ງຄວາມມຸ່ງມາດປາຖະໜາຂອງປະທານໂຮ່ຈິມິນ”.

ເນື່ອງໃນໂອກາດນີ້, ສະຫະສະມາຄົມວິສາຫະກິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ດໍາເນີນກອງປະຊຸມໃຫຍ່ສະຫະສະມາຄົມຄັ້ງທີ 1.

ໂດຍ: ໄຊຊະນະ