ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ  ຈິ້ງດິ່ງຢຸ້ງ ຢັ້ງຢືນວ່າ, ພາຍຫຼັງ 30 ກວ່າປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດໃນຫຼາຍຂົງເຂດ. ຈາກປະເທດກະສິກໍາທີ່ຫຼ້າຫຼັງ, ຫວຽດນາມ ໄດ້ກາຍເປັນປະເທດທີ່ມີລາຍຮັບສະເລ່ຍປານກາງ, ເປັນສະຖານທີ່ສ້າງຄວາມດຶງດູດກ່ຽວກັບການລົງທຶນຢູ່ພາກພື້ນອາຊີ-ປາຊີຟິກ...

leftcenterrightdel
ທ່ານ ຈິ້ງດິ່ງຢຸ້ງ ຮອງນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ເວທີປາໄສນັກທຸລະກິດຫວຽດນາມ 2019. ພາບ: ເງິນກິມ. 

ໃນໄລຍະຈະມາເຖິງ, ລັດຖະບານ ຈະສຸມໃສ່ຜັນຂະຫຍາຍບັນດາໜ້າທີ່ຈຸດສຸມລວມມີ: ສຸມໃສ່ປັບປຸງລະບອບລະບຽບການເສດຖະກິດຕະຫຼາດຕາມກຳນົດທິດສັງຄົມນິຍົມ; ສ້າງລະບົບໂຄງປະກອບໂຄງລ່າງຄົບຊຸດ, ທັນສະໄໝ, ຈຸດສຸມແມ່ນພັດທະນາລະບົບໂຄງປະກອບໂຄງລ່າງການຄົມມະນາຄົມ ແລະໂຄງລ່າງຕົວເມືອງໃຫຍ່, ໂຄງລ່າງພະລັງງານ, ໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານ; ສຸມໃສ່ກໍ່ສ້າງຊັບພະຍາກອນມະນຸດທີ່ມີຄວາມສາມາດສໍາຜັດກັບວິທະຍາສາດເຕັກໂນໂລຢີທີ່ທັນສະໄໝ; ຊຸກຍູ້ການພັດທະນາວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງຕິດພັນກັບການພັດທະນາການປະຕິວັດອຸດສາຫະກໍາຄັ້ງທີ 4  ເພື່ອເພີ່ມປະສິດທິພາບ, ຄຸນນະພາບ, ປະສິດທິຜົນ, ຍົກສູງການແກ່ງແຍ້ງຂອງຜະລິດຕະພັນ, ວິສາຫະກິດ ແລະຂອງພື້ນຖານເສດຖະກິດ.

ທ່ານ ຈິ້ງດິ່ງຢຸ້ງ ຢັ້ງຢືນວ່າ, ເພື່ອໃຫ້ວິສາຫະກິດ, ນັກທຸລະກິດຫວຽດນາມ ເສີມຂະຫຍາຍບົດບາດຂອງຕົນຢ່າງສຸດຂີດ, ລັດຖະບານ, ນາຍົກລັດຖະມົນຕີ ໃຫ້ຄໍາໝັ້ນສັນຍາວ່າ ຍາມໃດກໍຮ່ວມເດີນທາງ, ຮັບຟັງ, ປົກປ້ອງ ແລະສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ວິສາຫະກິດ; ພ້ອມທັງປາດຖະໜາຢາກໃຫ້ບັນດາວິສາຫະກິດ, ນັກທຸລະກິດສືບຕໍ່ຫຼໍ່ລ້ຽງຄວາມມຸ່ງຫວັງສ້າງຄວາມຮັ່ງມີອັນຊອບທໍາໃຫ້ແກ່ຕົນເອງ ແລະໃຫ້ແກ່ປະເທດຊາດ, ສຸມໃສ່, ມານະພະຍາຍາມສ້າງໂຄງປະກອບວິສາຫະກິດຄືນໃໝ່, ຍູ້ແຮງການໝູນໃຊ້ວິທະຍາສາດເຕັກໂນໂລຢີ, ພັດທະນາບົນພື້ນຖານເຕັກໂນໂລຢີດີຈີຕອນ.

ທີ່ເວທີປາໄສ, ບັນດາວິສາຫະກິດໄດ້ພ້ອມກັນແລກປ່ຽນບັນດາມາດຕະການ, ຂໍ້ລິເລີ່ມໃນການດໍາເນີນທຸລະກິດເພື່ອຊ່ວຍເຫຼືອກັນຮ່ວມສໍາພັນ, ມຸ່ງໄປເຖິງການພັດທະນາພື້ນຖານເສດຖະກິດຮອບດ້ານ, ເຂັ້ມແຂງ.

ໂດຍ: ກວຽດເຕິມ