ເຂົ້າຮ່ວມຄະນະປະຕິບັດງານ ມີບັນດາສະຫາຍ: ພົນຕີ, ສຈ.ປອ ໂດ໊ກວຽດ, ຜູ້ອໍານວຍການວິທະຍາຄານການແພດ; ພົນຈັດຕະວາ ຟ້າມວັນຮ໊ວນ, ເລຂາຄະນະພັກ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ; ພົນຈັດຕະວາ, ຮຈ.ປອ ເຈິິ່ນຫວຽດຕ໋ຽນ, ຜູ້ອໍານວຍການໂຮງໝໍເສນາຮັກ 103; ພັນເອກພິເສດ ເຈືອງງອັກເຢືອງ, ເລຂາຄະນະພັກ, ຫົວໜ້າການເມືອງໂຮງໝໍບ໊ອງແຫ່ງຊາດ ພ້ອມດ້ວຍພະນັກງານ, ແພດໝໍ, ພະຍາບານ ຈໍານວນ 50 ຄົນຂອງສອງໂຮງໝໍດັ່ງກ່າວ.

leftcenterrightdel
ຜູ້ຕາງໜ້າຄະນະປະຕິບັດງານ ມອບຂອງຂວັນໃຫ້ແກ່ຜູ້ທີ່ມີຄຸນງາມຄວາມດີຢູ່ຕາແສງດິ່ງຢູ່. ພາບ: ເທ໋ຕ໋ວນ.

ຢູ່ຕາແສງດິ່ງຢູ່, ຄະນະປະຕິບັດງານ ໄດ້ຈັດຕັ້ງການກວດພະຍາດ, ແຈກຢາຍຢາ ແລະມອບຂອງຂວັນຈໍານວນ 60 ພູດ (ແຕ່ລະພູດມີມູນຄ່າ 500.000 ດົ່ງ) ໃຫ້ແກ່ຜູ້ທີ່ມີຄຸນງາມຄວາມດີ, ຜູ້ອາວຸໂສປະຕິວັດທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນຈໍານວນ 500 ຄົນ. ຄະນະກໍໄດ້ມອບໂທລະພາບຈໍານວນ 3 ໜ່ວຍໃຫ້ແກ່ບັນດາໂຮງຮຽນອະນຸບານໃນບໍລິເວນຕາແສງດິ່ງຢູ່.

ໃນຊຸມປີຜ່ານມາ, ໜັງສືພິມກອງທັບປະຊາຊົນ ແລະວິທະຍາຄານການແພດ ຍາມໃດກໍປະຕິບັດວຽກງານນະໂຍບາຍແນວຫຼັງກອງທັບໄດ້ເປັນຢ່າງດີ, ສ້າງຄວາມສາມັກຄີລະຫວ່າງກອງທັບ ແລະປະຊາຊົນດ້ວຍບັນດາກິດຈະກໍາທີ່ແທດຈິງ. ການເຄື່ອນໄຫວຂອງຄະນະປະຕິບັດງານຄັ້ງນີ້ແມ່ນເພື່ອແນໃສ່ຮັດແໜ້ນຄວາມສາມັກຄີລະຫວ່າງກອງທັບ ແລະປະຊາຊົນກວ່າອີກ, ເພື່ອໃຫ້ພໍ່ແມ່ປະຊາຊົນເຊື່ອໝັ້ນ ແລະຮັກແພງທະຫານລຸງໂຮ່ກວ່າອີກ...

ໂດຍ: ກວຽດເຕິມ