ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາແຂວງ, ວິສາຫະກິດ ໄດ້ສະເໜີແນະບັນດາຂໍ້ຕິດຂັດໃນວິວັດການປະຕິບັດສັນຍາຄື: ວິທີເຂົ້າໃຈ ແລະການປະຕິບັດບາງຂໍ້ກໍານົດຂອງສັນຍາທີ່ຍັງບໍ່ທັນເປັນເອກະພາບກັນເທື່ອ...

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: congthuong.vn

ບັນດາຜູ້ແທນ ຖືວ່າ, ບັນດາກະຊວງ,  ຂະແໜງການ, ທ້ອງຖິ່ນຕ້ອງບຸລິມະສິດຈັດວາງແຫຼ່ງທຶນເພື່ອລົງທຶນກໍ່ສ້າງໂຄງລ່າງ, ດ່ານຊາຍແດນ, ຕະຫຼາດຊາຍແດນຕາມແຜນຜັງພັດທະນາເຄືອຂ່າຍຕະຫຼາດຊາຍແດນ ຫວຽດນາມ - ລາວ ຮອດປີ 2020; ມີກົນໄກ, ນະໂຍບາຍດຶງດູດ,  ສົ່ງເສີມວິສາຫະກິດລົງທຶນກໍ່ສ້າງຕະຫຼາດຊາຍແດນ ແລະລົງທຶນພັດທະນາໂຄງລ່າງເພື່ອຮັບໃຊ້ການຄ້າຊາຍແດນ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເຈິ່ນກ໋ວກແຄ໋ງ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງເພື່ອໃຫ້ສັນຍາສະບັບດັ່ງກ່າວ ເສີມຂະຫຍາຍປະສິດທິຜົນກວ່າອີກ, ກະຊວງອຸດສາຫະກໍາ ແລະການຄ້າຈະສະເໜີປັບປຸງ, ເພີ່ມເຕີມບັນດາມາດຕາໃຫ້ເໝາະສົມກັບສະພາບຕົວຈິງຕາມການຊີ້ນໍາຂອງນາຍົກລັດຖະມົນຕີ, ສ່ວນພາກ ປະຕິບັດຈະສຸມໃສ່ແກ້ໄຂບາງບັນຫາລະອຽດຄື: ຈົດທະບຽນນັກທຸລະກິດ, ເງິນລົງທຶນເພື່ອແນໃສ່ສ້າງກອບນິຕິກໍາຢ່າງແໜ້ນແຟ້ນ...

ໂດຍ: ຮວ່າງເຈື່ອງ