ດ້ວຍການກະທົບຂອງບັນດານະໂຍບາຍສົງເສີມການລົງທຶນເຂົ້າຂະແໜງກະສິກຳ, ຊົນນະບົດ; ຂະແໜງອຸດສາຫະກຳປຸງແຕ່ງ, ການເກັບຮັກສາຜະລິດຕະພັນກະເສດຫວຽດນາມ ໄດ້ຮັບການຍົກສູງກຳລັງຄວາມສາມາດເທື່ອລະກ້າວ. ໃນ 6 ເດືອນຕົ້ນປີ 2019, ທົ່ວປະເທດມີ 11 ໂຄງການລົງທຶນເຂົ້າການປຸງແຕ່ງຜະລິດຕະພັນກະເສດດ້ວຍຍອດເງິນລົງທຶນກ່ວາ 11.415 ຕື້ດົ່ງ ເຊິ່ງໄດ້ລົງມືກໍ່ສ້າງ, ເປີດນຳເຂົ້າເຄື່ອນໄຫວແລ້ວ.

leftcenterrightdel
ພາບປະກອບ:  ສໍານັກຂ່າວສານຫວຽດນາມ.

ນັບແຕ່ປີ 2018 ມາຮອດປັດຈຸບັນ, ຍອດເງິນລົງທຶນກ່ວາ 20.000 ຕື້ດົ່ງ ໄດ້ລົງທຶນເຂົ້າການປຸງແຕ່ງຜະລິດຕະພັນກະເສດດ້ວຍ 30 ໂຄງການໄດ້ດຳເນີນການເຄື່ອນໄຫວ ແລະພວມໄດ້ຜັນຂະຫຍາຍໃນທົ່ວປະເທດ. ເມື່ອບັນດາໂຄງການນີ້ສຳເລັດ ແລະນຳເຂົ້າການເຄື່ອນໄຫວຈະສ້າງບາດກ້າວບຸກທະລຸກ່ຽວກັບການປຸງແຕ່ງເພື່ອສົ່ງອອກຜະລິດຕະພັນກະເສດ. ຈາກນັ້ນ, ຊ່ວຍຍົກສູງຄຸນນະພາບ, ຮູບແບບ ແລະບັນດາປະເພດຜະລິດຕະພັນກະເສດມີຄວາມເປັນຫຼາຍຮູບຫຼາຍແບບ, ປະກອບສ່ວນຈຳໜ່າຍຜະລິດຕະພັນກະເສດໃຫ້ແກ່ຊາວກະສິກອນ.

ແຫຼ່ງຄັດຈາກ: vovworld.vn