leftcenterrightdel
ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: moit.gov.vn.

ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນ, ນັກປາຖະກະຖາໄດ້ສຸມໃສ່ປຶກສາຫາລືກ່ຽວກັບແບບວິທີເຊື່ອມຕໍ່ການສະໜອງ ແລະຄວາມຕ້ອງການ ແລະການສໍາຜັດລະບົບມູນຄ່າໃຫ້ບັນດາຜະລິດຕະພັນກະເສດຫວຽດນາມ; ຍູ້ໄວວິວັດການສ້າງໂຄງປະກອບຂະແໜງກະສິກໍາຄືນໃໝ່ຕິດພັນກັບການສ້າງບັນດາເຂດຜະລິດປູກຝັງສະເພາະ, ຂະໜາດໃຫຍ່ ແລະເພີ່ມທະວີການໝູນໃຊ້ເຕັກໂນໂລຢີສູງໃນການຜະລິດກະສິກໍາເພື່ອແນໃສ່ຍົກສູງຄຸນນະພາບ, ສຸຂະອະນາໄມ ແລະຄວາມປອດໄພດ້ານສະບຽງອາຫານ, ຊອກຫາໄດ້ຕົ້ນກຳເນີດ.

leftcenterrightdel
ຫວຽດນາມ ມີທ່າໄດ້ປຽບກ່ຽວກັບການຜະລິດກະສິກໍາ. ພາບ: congly.vn.

ຄືແນວນັ້ນ, ຜະລິດຕະພັນກະເສດຫວຽດນາມ ຈຶ່ງມີກາລະໂອກາດພັດທະນາ, ເມື່ອສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກຍົກເລີກຮົ້ວພາສີ, ແທນທີ່ນັ້ນແມ່ນບັນດາຮົ້ວກ່ຽວກັບເຕັກນິກ ໂດຍປະເທດຕ່າງໆສ້າງຂຶ້ນ ຄື:  ສຸຂະອະນາໄມແລະຄວາມປອດໄພດ້ານສະບຽງອາຫານ,  ການຊອກຫາຕົ້ນກຳເນີດ.

ໂດຍ: ກວຽດເຕິມ