ແບ່ງປັນທີ່ເວທີປາໄສ, ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ, ສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ບໍ່ພຽງແຕ່ຊ່ວຍສິນຄ້າຫວຽດນາມ ເປີດກວ້າງຕະຫຼາດ, ຍົກສູງມູນຄ່າສົ່ງອອກເທົ່ານັ້ນ, ຫາກຍັງດຶງດູດແຫຼ່ງເງິນລົງທຶນທີ່ມີຄຸນນະພາບຈາກສະຫະພາບເອີຣົບ ເຂົ້າຫວຽດນາມ.

leftcenterrightdel
ບັນຍາກາດທີ່ເວທີປາໄສ. ພາບ: ຫງວຽນຖາວ.

ສ່ວນທ່ານນາງ Cecilia Malmstrom ຂ້າຫຼວງໃຫຍ່ຮັບຜິດຊອບການຄ້າຂອງ ອີຢູ ຖືວ່າ, ບັນດານັກເຈລະຈາໄດ້ເປີດກາລະໂອກາດໃຫ້ແກ່ການຮ່ວມມືດ້ານການຄ້າ-ການລົງທຶນ ແຕ່ວ່າວິສາຫະກິດ ແລະປະຊາຊົນເອງຈຶ່ງແມ່ນຜູ້ປະຕິບັດສັນຍານີ້ໂດຍກົງ. ຕາມທ່ານ Nicolas Audier, ປະທານສະຫະພັນວິສາຫະກິດເອີຣົບ ແລ້ວ, ວິສາຫະກິດມີບົດບາດຕົ້ນຕໍໃນການຫັນບັນດາກາລະໂອກາດທໍາມາຫາກິນເປັນລະອຽດ.

ກໍ່ຕາມທ່ານ ຫວູຕ໊ຽນລົກ ປະທານ VCCI ແລ້ວ, VCCI ໄດ້ເຫັນດີເປັນເອກະພາບເບື້ອງຕົ້ນກັບຫ້ອງການການຄ້າເອີຣົບ (EuroCham) ກ່ຽວກັບເລື່ອງສ້າງໂຄງການດໍາເນີນງານລວມ, ກໍ່ຄືສ້າງຕັ້ງສະພາວິສາຫະກິດປະສົມຫວຽດນາມ-ອີຢູ ແລະຈັດຕັ້ງເວທີປາໄສວິສາຫະກິດຫວຽດນາມ-ອີຢູ ປະຈໍາປີ ເພື່ອສາມາດປະຕິບັດການເຊື່ອມຕໍ່ກັບບັນດາວິສາຫະກິດ, ພ້ອມກັບວິສາຫະກິດສະເໜີແຜນການຕໍ່ລັດຖະບານຫວຽດນາມ ແລະລັດຖະບານບັນດາປະເທດສະມາຊິກອີຢູ ກ່ຽວກັບມາດຕະການຊຸກຍູ້ການພົວພັນຮ່ວມມືດ້ານການຄ້າລະຫວ່າງສອງຝ່າຍ.

ໂດຍ: ທະນາພອນ