ທີ່ການພົບປະ, ທ່ານ ເຈິ່ນຕ໊ວນແອັງ ໄດ້ລາຍງານບັນດາການຜັນແປໃໝ່ສຸດທີ່ກ່ຽວຂ້ອງເຖິງ EVFTA ແລະ EVIPA. ທ່ານ ເຈິ່ນຕ໊ວນແອັງ ໃຫ້ຮູ້ວ່າ ກະຊວງອຸດສາຫະກຳ ແລະການຄ້າ ກໍ່ຄືບັນດາກະຊວງ, ຂະແໜງການຂອງລັດຖະບານຫວຽດນາມ ທີ່ມີຄວາມຮັບຜິດຊອບໃນການລົງນາມໃນບັນດາສັນຍາ ແລະຕໍ່ຈາກນັ້ນແມ່ນປະຕິບັດສັນຍາພາຍຫຼັງສະພາແຫ່ງຊາດຫວຽດນາມ ໃຫ້ສັດຕະຍາບັນ.

leftcenterrightdel
ທ່ານ ເຈິ່ນຕ໊ວນແອັງ ທີ່ການພົບປະກັບຜູ້ຕາງໜ້າຂອງບາງສະຫະສະມາຄົມວິສາຫະກິດເອີຣົບ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການພົບປະ, ຜູ້ຕາງໜ້າຂອງບັນດາສະຫະສະມາຄົມວິສາຫະກິດເອີຣົບ ໄດ້ແບ່ງປັນຄຳເຫັນ, ຕີລາຄາ ກໍ່ຄືມີແຜນການ ແລະແນວຄວາມຄິດຢ່າງລະອຽດເພື່ອພ້ອມກັບລັດຖະບານຫວຽດນາມ ແລະລັດຖະບານບັນດາປະເທດເອີຣົບ ຍູ້ໄວການລົງນາມ ແລະໃຫ້ສັດຕະຍາບັນບັນດາສັນຍາ. ຂໍ້ມູນແບ່ງປັນຂອງວິສາຫະກິດເອີຣົບ ບໍ່ພຽງແຕ່ກ່ຽວຂ້ອງເຖິງ FTA ເທົ່ານັ້ນ ຫາກຍັງລວມມີບັນຫາຕ່າງໆ ຄືບັນດາການຮ່ວມມືໃນຂອບເຂດທີ່ກວ້າງຂວາງກ່ວາ, ມີລັກສະນະຍືນຍົງ ແລະມີຄວາມໝາຍຍຸດທະສາດຕໍ່ການພົວພັນທາງດ້ານການຄ້າລະຫວ່າງຫວຽດນາມ - ອີຢູ ອີກດ້ວຍ.

ບັນດາສະຫະສະມາຄົມວິສາຫະກິດເອີຣົບ ໄດ້ຕັ້ງໜ້າສົມທົບກັບຝ່າຍຫວຽດນາມ ໃນການຈັດຕັ້ງບັນດາເຫດການໂຄສະນາໃຫ້ສັນຍາ ແລະຂົນຂວາຍບັນດາການນໍາຂອງ EP, EC ກໍ່ຄືເອກອັກຄະລັດຖະທູດບັນດາປະເທດສະມາຊິກ EU ເອົາໃຈໃສ່ ແລະສະໜັບສະໜູນເລື່ອງລົງນາມສັນຍາຜ່ານບັນດາການເຄື່ອນໄຫວພົບປະໂດຍກົງ ແລະສົ່ງຈົດໝາຍ.

ໂດຍ: ທະນາພອນ