ທີ່ການພົບປະເຈລະຈາ, ທ່ານ ຟ້າມບິ່ງມີງ ຢັ້ງຢືນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມືກັບກົດດີວົວ, ເຊິ່ງແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີສອງຂອງຫວຽດນາມ ຢູ່ອາຟະລິກາ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍເຫັນດີເປັນເອກະພາບຕໍ່ບັນດາມາດຕະການລະອຽດທີ່ຄວນຜັນຂະຫຍາຍ ເພື່ອສືບຕໍ່ນຳການຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ ແລະຂຸດຄົ້ນທ່າໄດ້ປຽບຂອງສອງປະເທດຢ່າງສຸດຂີດ. ໃນໄລຍະຈະມາເຖິງ, ສອງປະເທດຈະເພີ່ມທະວີການແລກປ່ຽນຄະນະທຸກຂັ້ນ. ສອງຝ່າຍຮັບຮູ້ວ່າວົງເງິນການຄ້າລະຫວ່າງສອງປະເທດພວມເພີ່ມຂຶ້ນຢ່າງແຮງໃນ 5 ປີຜ່ານມາ, ບັນລຸໄດ້ເກືອບ 1 ຕື້ໂດລາສະຫະລັດ ໃນປີ 2018, ຖືວ່າ ຄວນສົ່ງເສີມບັນດາກິດຈະກໍາສົ່ງເສີມການຄ້າ ແລະການລົງທຶນກວ່າອີກ ເພື່ອສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ.

ທ່ານ Marcel Amon Tanoh ສະແດງຄວາມປາດຖະໜາວ່າ ຫວຽດນາມ ຊ່ວຍເຫຼືອກົດດີວົວ ໃນຂົງເຂດກະສິກໍາ, ໂທລະຄົມມະນາຄົມ, ການສຶກສາ-ກໍ່ສ້າງ... ແລະຊົມເຊີຍບັນດາວິສາຫະກິດຂອງຫວຽດນາມ ລົງທຶນດໍາເນີນທຸລະກິດ ຢູ່ກົດດີວົວ.

ສອງຝ່າຍເຫັນດີເປັນເອກະພາບຈະເຈລະຈາ, ລົງນາມໃນເອກະສານຕ່າງໆໂດຍໄວ ເພື່ອສ້າງກອບນິຕິກໍາໃຫ້ບັນດາວິສາຫະກິດເຄື່ອນໄຫວ ຄື: ສັນຍາແມ່ວ່າດ້ວຍການຮ່ວມມື, ສັນຍາການຄ້າ,...

ໂດຍ: ທະນາພອນ