ກອງປະຊຸມມີການເຂົ້າຮ່ວມຂອງຜູ້ຕາງໜ້າສະຫະພັນນໍ້າຕານບັນດາປະເທດ, ຄື: ໄທ, ຟີລິບປີນ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ລາວ, ກໍາປູເຈຍ ແລະຫວຽດນາມ.

leftcenterrightdel
ບັນດາປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຂົ້າຮ່ວມກອງປະຊຸມກ່ຽວກັບນໍ້າຕານ. ພາບ: ຮົ່ງເຈິມ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາຫົວຂໍ້ທີ່ມີລັກສະນະຈໍາເປັນຂອງຂະແໜງນໍ້າຕານໃນໂລກເວົ້າລວມ ແລະບັນດາປະເທດສະມາຊິກສະຫະພັນນໍ້າຕານອາຊີຕາເວັນອອກສ່ຽງໃຕ້ ເວົ້າສະເພາະ, ຄື: ບັນຫາການຄ້າ, ການພັດທະນາຕະຫຼາດ ແລະການຜະລິດ, ບັນຫາດ້ານເຕັກນິກ, ຄຸນນະພາບຂອງຜະລິດຕະພັນ...

leftcenterrightdel
ຂະແໜງນໍ້າຕານຫວຽດນາມ ກະກຽມໃຫ້ວິວັດການປະຕິບັດສັນຍາການຄ້າສິນຄ້າອາຊຽນ. ພາບ: TTC Sugar.

ດ້ວຍບັນດາປະສົບການ ແລະວິທີການແກ້ໄຂສາກົນທີ່ລໍ້າຄ່າຈາກບັນດາຫົວຂໍ້ໄດ້ນຳມາປຶກສາຫາລືຈະແມ່ນກາລະໂອກາດ ເພື່ອໃຫ້ຂະແໜງນໍ້າຕານຢູ່ພາຍໃນປະເທດຖອດຖອນບົດຮຽນຈາກປະເທດຕ່າງໆ, ກໍ່ຄືຊອກຫາວິທີການແກ້ໄຂການພັດທະນາຂອງຂະແໜງນໍ້າຕານຫວຽດນາມ ຕໍ່ໜ້າການຜັນແປຂອງຂະແໜງນໍ້າຕານໂລກ ແລະກະກຽມໃຫ້ວິວັດການປະຕິບັດສັນຍາການຄ້າສິນຄ້າອາຊຽນ ໃນໄລຍະຈະມາເຖິງ.

ໂດຍ: ທະນາພອນ