ເຖິງວ່າສະພາບການເສດຖະກິດໂລກ, ພາກພື້ນມີບັນດາການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນໄດ້ລ່ວງໜ້າກໍ່ຕາມ, ແຕ່ລັດຖະບານຫວຽດນາມ ຍັງຢຶດໝັ້ນຕໍ່ແຜນນະໂຍບາຍເຊື່ອມໂຍງຢ່າງຮອບດ້ານດ້ວຍຈຸດສຸມແມ່ນການເຊື່ອມໂຍງເສດຖະກິດສາກົນ, ຖືການເຊື່ອມໂຍງເສດຖະກິດສາກົນ ແລະການຫັນການຄ້າເປັນເສລີແມ່ນທ່າອ່ຽງພາວະວິໄສທີ່ຈຳເປັນຢ່າງເດັດຂາດ. ດ້ວຍບົດບາດແມ່ນອົງການສົມທົບລະຫວ່າງຂະແໜງທາງດ້ານການເຊື່ອມໂຍງເສດຖະກິດສາກົນ, ຄະນະຊີ້ນໍາລະຫວ່າງຂະແໜງເຊື່ອມໂຍງເຂົ້າກັບສາກົນທາງດ້ານເສດຖະກິດໄດ້ປະສານງານກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຕັ້ງໜ້າຜັນຂະຫຍາຍວຽກງານເຊື່ອມໂຍງເສດຖະກິດສາກົນ, ປະກອບສ່ວນຍົກສູງປະສິດທິຜົນການເຊື່ອມໂຍງເຂົ້າກັບສາກົນ ແລະຕັ້ງໜ້າປະກອບສ່ວນເຂົ້າໃນຜົນງານພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ທ່ານ ເວືອງດິ່ງເຫວ້ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ຮັບຮູ້ຄວາມຕັ້ງໜ້າ, ເປັນເຈົ້າການຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ໃນການເຊື່ອມໂຍງເສດຖະກິດສາກົນ, ປະຕິບັດວຽກງານກະກຽມ ແລະຜັນຂະຫຍາຍບັນດາຄໍາໝັ້ນສັນຍາ FTA ໃນພຶດຕິກຳຕົວຈິງຢ່າງມີປະສິດທິຜົນ. ທ່ານ ເວືອງດິ່ງເຫວ້ ຖືວ່າ, ຕ້ອງຍົກສູງລະດັບການເຊື່ອມໂຍງເສດຖະກິດສາກົນດ້ວຍຄຸນນະພາບສູງກວ່າ, ຮອບດ້ານ, ເລິກເຊິ່ງກວ້າງຂວາງ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ແລະມີປະສິດທິຜົນໃນໄລຍະຈະມາເຖິງ. ທ່ານ ເວືອງດິ່ງເຫວ້ ກໍ່ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຖືເປັນສໍາຄັນ, ເພີ່ມທະວີການຄົ້ນຄວ້າ, ຕີລາຄາ, ຄາດຄະເນບັນດາບັນຫາໃໝ່ຂອງການເຊື່ອມໂຍງເສດຖະກິດສາກົນທີ່ສົ່ງຜົນກະທົບເຖິງຫວຽດນາມ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຈົ່ງຕັ້ງໜ້າປະຕິບັດມະຕິສະບັບເລກທີ 72/2018/QH14 ຂອງສະພາແຫ່ງຊາດ ກ່ຽວກັບການອະນຸມັດຜ່ານສັນຍາການຄ້າ CPTPP ແລະຂໍ້ຕົກລົງສະບັບເລກທີ 121/QĐ-TTg ຂອງນາຍົກລັດຖະມົນຕີ ກ່ຽວກັບການອະນຸມັດຜ່ານໂຄງການດໍາເນີນງານຂອງລັດຖະບານໃນການຜັນຂະຫຍາຍມະຕິເລກທີ 72 ຂອງສະພາແຫ່ງຊາດ; ສືບຕໍ່ກວດກາຄືນກົດໝາຍພາຍໃນປະເທດເພື່ອດັດປັບໃຫ້ສອດຄ່ອງກັບບັນດາຄໍາໝັ້ນສັນຍາການຄ້າສາກົນ.

ໂດຍ: ທະນາພອນ