ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ຈູງອັກແອງ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ໃຫ້ຮູ້ວ່າ: ພັກ, ລັດຫວຽດນາມ ຍາມໃດກໍກໍານົດວ່າວິທະຍາສາດ ແລະເຕັກໂນໂລຢີ ມີບົດບາດສຸດທີ່ສໍາຄັນໃນວິວັດການຫັນເປັນປະເທດອຸດສາຫະກໍາ ແລະທັນສະໄໝ. ຕາມທ່ານ ຈູງອັກແອງ ແລ້ວ, ເພື່ອໃຫ້ວິທະຍາສາດກາຍເປັນກໍາລັງໜູນ ແລະພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຢ່າງແທດຈິງນັ້ນ ຕ້ອງແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຕ່າງໆ...; ຄວນມີບັນດາມາດຕະການເພື່ອເພີ່ມທະວີການລົງທຶນໃຫ້ແກ່ວິທະຍາສາດບໍ່ພຽງແຕ່ຈາກລັດ ເທົ່ານັ້ນ, ຫາກຍັງຈາກສັງຄົມ, ພິເສດແມ່ນຈາກວິສາຫະກິດອີກດ້ວຍ.

leftcenterrightdel
ທ່ານ ຈູງອັກແອງ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີ ກ່າວຄໍາເຫັນໄຂກອງປະຊຸມ. ພາບ: qdnd.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ຕີລາຄາສູງຕໍ່ເລື່ອງກະຊວງວິທະຍາສາດ ແລະເຕັກໂນໂລຢີ, ສະຖານທູດອົດສະຕາລີ ປະຈໍາຫວຽດນາມ ແລະສະຫະພັນປ່ຽນແປງໃໝ່ປະດິດສ້າງພັດທະນາສາກົນ ໄດ້ຈັດຕັ້ງກອງປະຊຸມສາກົນຢູ່ຫວຽດນາມ ເປັນຄັ້ງທໍາອິດດ້ວຍຫົວຂໍ້ສຸດທີ່ສໍາຄັນ “ວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ປະດິດສ້າງ - ເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ຫວຽດນາມ”.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງວິທະຍາສາດ ແລະເຕັກໂນໂລຢີ ຕ້ອງກາຍເປັນສູນປະສານງານສົມທົບກັບບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງເປັນເສນາທິການໃຫ້ແກ່ລັດຖະບານ ກ່ຽວກັບບັນດາບັນຫາໃຫຍ່ເຊິ່ງລວມມີ: ສະເໜີນະໂຍບາຍສົ່ງເສີມ ແລະຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງໃນວິສາຫະກິດ. ພ້ອມທັງຕ້ອງຖືວິສາຫະກິດແມ່ນໃຈກາງຂອງລະບົບປ່ຽນແປງໃໝ່ປະດິດສ້າງ, ພັດທະນາການເຄື່່ອນໄຫວເລີ່ມທຸລະກິດປະດິດສ້າງ, ປ່ຽນແປງໃໝ່ເຕັກໂນໂລຢີໃນວິສາຫະກິດ...

ໂດຍ: ໄຊຊະນະ