ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເຈືອງຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ, ຜ່ານການຜັນຂະຫຍາຍມາເປັນເວລາ 5 ປີ, ໂຄງການສົ່ງເສີມອຸດສາຫະກໍາແຫ່ງຊາດໄດ້ປະກອບສ່ວນເຂົ້າໃນການພັດທະນາອຸດສາຫະກໍາຊົນນະບົດຂອງທົ່ວປະເທດຫຼາຍພໍສົມຄວນ, ປະກອບສ່ວນຊຸກຍູ້ການຫັນປ່ຽນກົນໄກເສດຖະກິດຕາມທິດຫັນເປັນອຸດສາຫະກໍາ, ທັນສະໄໝ, ກໍ່ສ້າງຊົນນະບົດໃໝ່...

leftcenterrightdel
ທ່ານ ເຈືອງຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຫວູຢູງ.

ທີ່ກອງປະຊຸມ, ທ່ານ ໂງກວາງຈູງ, ຫົວໜ້າກົມອຸດສາຫະກໍາ ແລະການຄ້າທ້ອງຖິ່ນ, ສັງກັດກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ, ມາຮອດປະຈຸບັນ, ຕາມແຜນການຄ່າໃຊ້ຈ່າຍທັງໝົດຂອງການສົ່ງເສີມອຸດສາຫະກໍາໄລຍະ 2014-2018 ທົ່ວປະເທດໄດ້ຮັບການອະນຸມັດຜ່ານແມ່ນ 1.186.193  ຕື້ດົ່ງ. ຜ່ານໂຄງການ, ໄດ້ຈັດຕັ້ງບໍາລຸງສ້າງອາຊີບ, ສອນອາຊີບ, ຍົກສູງສີມືແຮງງານໃຫ້ຜູ້ອອກແຮງງານຢູ່ເຂດຊົນນະບົດກວ່າ 18.000 ຄົນ.

ສະເໜີບັນດາມາດຕະການປະຕິບັດໂຄງການສົ່ງເສີມອຸດສາຫະກໍາແຫ່ງຊາດໃນໄລຍະໃໝ່, ບັນດາຄໍາຄິດເຫັນ, ຂໍ້ສະເໜີແນະ, ໃນໄລຍະຈະມາເຖິງ, ລັດຖະບານຄວນເພີ່ມທະວີງົບປະມານໃຊ້ຈ່າຍໃຫ້ໂຄງການ; ພ້ອມກັນນັ້ນ, ຄວນສຸມໃສ່ເຂົ້າບັນດາມາດຕະການຍູ້ແຮງການໜູນຊ່ວຍພັດທະນາຜະລິດສິນຄ້າທີ່ມີຂະໜາດ, ສຸມໃສ່ຕາມລະບົບມູນຄ່າ, ຕິດພັນການຜະລິດວັດຖຸດິບກັບການປຸງແຕ່ງ ແລະບໍລິໂພກບົນພື້ນຖານການເສີມຂະຫຍາຍທ່າແຮງຂອງຜະລິດຕະພັນ ແລະທ່າແຮງຂອງເຂດ, ພາກ, ເໝາະສົມກັບຄວາມຕ້ອງການຂອງຕະຫຼາດ; ຊ່ວຍເຫຼືອບັນດາຮາກຖານອຸດສາຫະກໍາຊົນນະບົດເປີດກວ້າງການຜະລິດດໍາເນີນທຸລະກິດ, ເພີ່ມຄວາມແກ່ງແຍ້ງກັນຢູ່ຕະຫຼາດທັງພາຍໃນ ແລະຕ່າງປະເທດ.

ໂດຍ: ເກື່ອງດັ້ງ