leftcenterrightdel
ທ່ານ ເລິມຫງວຽນຫາຍລອງ, ປະທານສະມາຄົມຄອມພິວເຕີນະຄອນໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານ ເລິມຫງວຽນຫາຍລອງ, ປະທານສະມາຄົມຄອມພິວເຕີນະຄອນ ໂຮ່ຈີມິນ ແລ້ວ, ດ້ວຍເປົ້າໝາຍສ້າງເຂດ startup ເຕັກໂນໂລຢີຂໍ້ມູນຂ່າວສານ, ສະມາຄົມມີລາຍການ 10+20, ໃນນັ້ນມີວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານໃຫຍ່ 10 ແຫ່ງ - ແຕ່ລະວິສາຫະກິດຈະແນະນຳ, ໜູນຊ່ວຍຢ່າງໜ້ອຍສຸດແມ່ນ 2 ວິສາຫະກິດ startup ປະດິດຄິດສ້າງໃນບໍລິເວນນະຄອນ, ແນໃສ່ຊ່ວຍວິສາຫະກິດ startup ໄດ້ສຳຜັດກັບຂໍ້ມູນຂ່າວສານ, ພັດທະນາຜະລິດຕະພັນການບໍລິການ ແລະເປີດກ້ວາງຕະຫຼາດ. ພ້ອມກັນນັ້ນ, ສະມາຄົມຄອມພິວເຕີນະຄອນໂຮ່ຈີມິນ ກໍ່ຈະຜັນຂະຫຍາຍການສ້າງຕັ້ງສູນປ່ຽນແປງໃໝ່ປະດິດຄິດສ້າງເພື່ອນຳວິສາຫະກິດຫວຽດນາມ ໃຫ້ມີໜ້າຢູ່ເຂດ Silicon, ອາເມລິກາ ນັບມື້ນັບຫຼາຍ.

ແຫຼ່ງຄັດຈາກ: vovworld.vn